ພິທີຊຸມນຸມມິດຕິງຕອບສະຫນອງເດືອນກະທຳແຫ່ງຊາດກ່ຽວກັບການຕ້ານ HIV/AIDS ແລະ ວັນໂລກຕ້ານ AIDS

(VOVWORLD) -ຫົວຂໍ້ຂອງພິທີຊຸມນຸມມິດຕິງທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 26 ພະຈິກ, ຢູ່ແຂວງ ບັກນິງ, ຕອບສະໜອງເດືອນກະທຳແຫ່ງຊາດກ່ຽວກັບການຕ້ານ HIV/AIDS ແລະ ວັນໂລກຕ້ານ AIDS (1 ທັນວາ) ປີນີ້ ແມ່ນ “ຢຸດຕິໂລກເອດ - ຊາວໜຸ່ມກຽມພ້ອມ”
ພິທີຊຸມນຸມມິດຕິງຕອບສະຫນອງເດືອນກະທຳແຫ່ງຊາດກ່ຽວກັບການຕ້ານ HIV/AIDS ແລະ ວັນໂລກຕ້ານ AIDS  - ảnh 1ພິທີຊຸມນຸມມິດຕິງຕອບສະຫນອງເດືອນກະທຳແຫ່ງຊາດກ່ຽວກັບການຕ້ານ HIV/AIDS ແລະ ວັນໂລກຕ້ານ AIDS 

     ໃນ 2 ປີມານີ້, ຈໍານວນຜູ້ຕິດເຊື້ອ HIV ໃໝ່ໄດ້ເພີ່ມຂຶ້ນ, ໃນແຕ່ລະປີມີຫຼາຍກວ່າ 13,000 ກໍລະນີ, ໃນນັ້ນ, ສ່ວນຫຼາຍແມ່ນຢູ່ໃນກຸ່ມໄວໜຸ່ມ. ສະນັ້ນ, ຫົວຂໍ້ຂອງພິທີຊຸມນຸມມິດຕິງທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 26 ພະຈິກ, ຢູ່ແຂວງ ບັກນິງ, ຕອບສະໜອງເດືອນກະທຳແຫ່ງຊາດກ່ຽວກັບການຕ້ານ HIV/AIDS ແລະ ວັນໂລກຕ້ານ AIDS (1 ທັນວາ) ປີນີ້ ແມ່ນ “ຢຸດຕິໂລກເອດ - ຊາວໜຸ່ມກຽມພ້ອມ”.

ປະຈຸບັນ, ທ່າອ່ຽງການແຜ່ລະບາດຂອງເຊື້ອ HIV ພວມປ່ຽນແປງຈາກຮູບແບບການແຜ່ເຊື້ອຕົ້ນຕໍຈາກທາງເລືອດໄປສູ່ການແຜ່ລະບາດທາງເພດສຳພັນ. ຈໍານວນຜູ້ທີ່ກວດພົບຕິດເຊື້ອ HIV ສ່ວນໃຫຍ່ແມ່ນ ຢູ່ໃນກຸ່ມໄວຫນຸ່ມແລະມີແນວໂນ້ມທີ່ຈະ ເພີ່ມຂຶ້ນຢ່າງໄວວາໃນຊຸມປີມໍ່ໆມານີ້. ມີເຖິງ 50% ຂອງຈຳນວນກໍລະນີຕິດເຊື້ອ HIV ຖືກກວດພົບຢູ່ໃນກຸ່ມເປົ້າໝາຍທີ່ມີອາຍຸຕ່ຳກວ່າ 29 ປີ. ສະນັ້ນ, ການແຜ່ລະບາດຂອງໂລກເອດບໍ່ສາມາດຢຸດຕິລົງໄດ້ຖ້າຫາກບໍ່ມີການເຂົ້າຮ່ວມຂອງໄວໜຸ່ມ

ຕອບກັບ

ຂ່າວ/ບົດ​ອື່ນ