ພິ​ທີ​​ຊົມ​ເຊີຍ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ສະ​ໂລ​ວາ​ກີ ໄດ້​ຮັບ​ການ​ຮັບ​ຮອງວ່າ​ເປັນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ

(VOVWORLD) -  ເລື່ອງ ລັດຖະບານ ສະໂລວາກີ ຮັບຮອງເອົາປະຊາຄົມຊາວ ຫວຽດນາມ ເປັນຊົນເຜົ່າສ່ວນໜ້ອຍນັ້ນ ເປັນການພິສູດໃຫ້ເຫັນບົດບາດຂອງປະຊາຄົມຊາວ ຫວຽດນາມ ໃນການປະກອບສ່ວນເຂົ້າໃນການພັດທະນາຂອງ ສະໂລວາກີ, ຜ່ານນັ້ນ ກໍໍ່ຈະປະກອບສ່ວນຊຸກຍູ້ການພັດທະນາອັນດີງາມຂອງການພົວພັນມິດຕະພາບ ຫວຽດນາມ - ສະໂລວາກີ ຕື່ມອີກ. 
ພິ​ທີ​​ຊົມ​ເຊີຍ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ສະ​ໂລ​ວາ​ກີ ໄດ້​ຮັບ​ການ​ຮັບ​ຮອງວ່າ​ເປັນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ - ảnh 1ທ່ານເອກອັກຄະລັດຖະທູດ ຫງວຽນຕວັນ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ວັນທີ 7 ມິຖຸນາ 2023, ລັດຖະບານ ສະໂລວາກີ ໄດ້ຕົກລົງຮັບຮອງເອົາ ຊາວ ສະໂລວາກີ ເຊື້ອຊາດ ຫວຽດນາມ ແມ່ນຊົນເຜົ່າສ່ວນໜ້ອຍທີ 14 ຂອງປະເທດນີ້. ມາຮອດປັດຈຸບັນ, ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສະໂລວາກີ ແມ່ນປະຊາຄົມຊາວ ຫວຽດນາມ ທີ 2 ໃນໂລກ (ຖັດຈາກ ເຊັກໂກ) ທີ່ໄດ້ຮັບການຮັບຮອງວ່າ ເປັນຊົນເຜົ່າສ່ວນໜ້ອຍຂອງປະເທດປະຈຳຖິ່ນ. ເນື່ອງໃນໂອກາດນີ້, ວັນທີ 25 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ສະໂລວາກີ ກໍ່ໄດ້ຈັດພິທີຊົມເຊີຍປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສະໂລວາກີ.

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະໂລວາກີ ຫງວຽນ ຕວັນ ໄດ້ເນັ້ນໜັກວ່າ ເລື່ອງ ລັດຖະບານ ສະໂລວາກີ ຮັບຮອງເອົາປະຊາຄົມຊາວ ຫວຽດນາມ ເປັນຊົນເຜົ່າສ່ວນໜ້ອຍນັ້ນ ເປັນການພິສູດໃຫ້ເຫັນບົດບາດຂອງປະຊາຄົມຊາວ ຫວຽດນາມ ໃນການປະກອບສ່ວນເຂົ້າໃນການພັດທະນາຂອງ ສະໂລວາກີ, ຜ່ານນັ້ນ ກໍໍ່ຈະປະກອບສ່ວນຊຸກຍູ້ການພັດທະນາອັນດີງາມຂອງການພົວພັນມິດຕະພາບ ຫວຽດນາມ - ສະໂລວາກີ ຕື່ມອີກ. ທ່ານເອກອັກຄະລັດຖະທູດ ຖືວ່າ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສະໂລວາກີ ເວົ້າສະເພາະ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ປະເທດອື່ນໆໃນໂລກເວົ້າລວມ ຍາມໃດກໍມານະພະຍາຍາມສ້າງສາ ແລະ ພັດທະນາປະຊາຄົມໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ໂດຍອຳນາດການປົກຄອງປະເທດປະຈຳຖິ່ນໄດ້ຮັບຮູ້ ແລະ ຕີລາຄາສູງ.

ຫາຍດັງ, ຍໍບຽນ - ນັກຂ່າວ VOV ປະຈຳ ສ.ເຊັກໂກ

   

ຕອບກັບ

ຂ່າວ/ບົດ​ອື່ນ