ພິທີຕ້ອນຮັບທິມຊາດບານເຕະ U23 “ງົດງາມທີ່ສຸດ” ໃນສາຍຕາສື່ມວນຊົນສາກົນ

(VOVWORLD) - ຮູບພາບທີ່ສວຍງາມ ດ້ວຍສີແດງຂອງຜືນທຸງຊາດທີ່ແກ່ຍາວຕະຫຼອດເສັ້ນທາງຍາວ 30 ກມ, ເສັ້ນທາງຕ້ອນຮັບທີ່ທິມຊາດບານເຕະ U23 ຫວຽດນາມຈາກສະໜາມບິນໂນ້ຍບ່າຍ, ຮ່າໂນ້ຍ ນັ້ນແມ່ນສິ່ງທີ່ໜັງສືພິມ Siam Sport ຂອງໄທ.
ພິທີຕ້ອນຮັບທິມຊາດບານເຕະ U23 “ງົດງາມທີ່ສຸດ” ໃນສາຍຕາສື່ມວນຊົນສາກົນ - ảnh 1 ບັນດານັກກິລາບານເຕະ ຫວຽດນາມ

ວັນທີ 28 ມັງກອນ, ນະຄອນຫຼວງ ຮ່າໂນ້ຍ ໄດ້ເຫັນປະຈັກຕາຮູບພາບທີ່ “ບໍ່ເຄີຍມີໃນປະຫວັດສາດ” ເມື່ອແຟນບານນັບແສນໆຄົນໄດ້ອອກມາຖະໜົນເພື່ອຕ້ອນຮັບບັນດານັກກິລາບານເຕະ U23 ຫວຽດນາມ ກັບເມືອປະເທດ, ໃນຖານະບັນດາ “ນັກວິລະຊົນ”, “ບັນດານັກຮົບທີ່ອົງອາດກ້າຫານ” ພາຍຫຼັງການແຂ່ງຂັນທີ່ເຕັມໄປດ້ວຍຄວາມປະທັບໃຈ ແລະ ຕື້ນຕັນໃຈທີ່ສຸດ ທີ່ການແຂ່ງຂັນຮອບຊິງຊະນະເລີດ U23 ອາຊີ 2018. ສື່ມວນຊົນສາກົນໄດ້ ໃຫ້ຂ່າວໃນທັນທີກ່ຽວກັບການຕ້ອນຮັບອັນອົບອຸ່ນທີ່ບໍ່ເຄີຍມີມາກ່ອນນີ້ດ້ວຍບັນດາຄຳຍ້ອງຍໍກ່ຽວກັບນ້ຳໃຈສາມັກຄີທົ່ວປວງຊົນແບບພິເສດຂອງຊາວ ຫວຽດນາມ. ຮູບພາບທີ່ສວຍງາມ ດ້ວຍສີແດງຂອງຜືນທຸງຊາດທີ່ແກ່ຍາວຕະຫຼອດເສັ້ນທາງຍາວ 30 ກມ, ເສັ້ນທາງຕ້ອນຮັບທີ່ທິມຊາດບານເຕະ U23 ຫວຽດນາມຈາກສະໜາມບິນໂນ້ຍບ່າຍ, ຮ່າໂນ້ຍ ນັ້ນແມ່ນສິ່ງທີ່ໜັງສືພິມ Siam Sport ຂອງໄທ.

        ສ່ວນໜັງສືພິມ Fox Sport ອາຊີ ກໍ່ໄດ້ລົງຮູບພາບຂອງບັນດານັກກິລາໃນທິມຊາດບານເຕະ ຫວຽດນາມ ຕອນລົງຢູ່ສະໜາມບິນ ໂນ້ຍບ່າຍ ດ້ວຍການວິຈານວ່າ “ບັນດາວິລະຊົນໄດ້ກັບຄືນປະເທດ” ພ້ອມກັບລາຍຕາຕະລາງຕ້ອນຮັບຄະນະຢ່າງລະອຽດຂອງແຟນບານ ຫວຽດນາມ.

        ນອກຈາກນັ້ນ, ຍັງມີໜັງສືພິມ Yonhap ຂອງ ສ. ເກົາຫຼີ, Nikkei Asian Review ແລະ ສຳນັກຂ່າວສານໃຫຍ່ AFP ຂອງ ຝຣັ່ງ ກໍ່ໄດ້ລົງພິມຂ່າວ, ບົດກ່ຽວກັບການຕ້ອນຮັບທິມຊາດບານເຕະ U23 ຂອງແຟນບານ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ