ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ

(VOVWORLD) - ຕອນເຊົ້າວັນທີ 13 ມີນາ, ຕາມເວລາຫວຽດນາມ, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ດໍາເນີນຢ່າງສົມກຽດ
ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ - ảnh 1 ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມອົດສະຕາລີ

ຕອນເຊົ້າວັນທີ 13 ມີນາ, ຕາມເວລາຫວຽດນາມ, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ດໍາເນີນຢ່າງສົມກຽດ ຢູ່ສໍານັກງານສະພາແຫ່ງຊາດ, ທີ່ຕັ້ງຢູ່ໂນນພູ Capitol ,ຢູ່ໃຈກາງຂອງນະຄອນຫຼວງ Canberra ຂອງອົດສະຕາລີ.  ທ່ານນາຍົກລັດຖະມົນຕີ ອົດສະຕາລີ  Malcolm Turnbull ຕ້ອນຮັບທ່ານ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ດ້ວຍບັນດາພິທີການຢ່າງສົມກຽດ.

        ພາຍຫຼັງພິທີດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ  Malcolm Turnbull ໄດ້ຖ່າຍຮູບນໍາກັນເພື່ອເປັນທີ່ລະນຶກ ແລະ ດໍາເນີນການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ