ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ດຳເນີນໄປຢ່າງສົມກຽດຢູ່ສຳນັກງານປະທານາທິບໍດີອີນເດຍ

ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ດຳເນີນໄປຢ່າງສົມກຽດຢູ່ສຳນັກງານປະທານາທິບໍດີອີນເດຍ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ
ແລະທ່ານ​ນາຍົກລັດຖະມົນຕີ ອີນ​ເດຍ Manmohan Singh)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 20/11 ຕາມ​ເວລາ New Delhi, ຢູ່​ສຳນັກງານ​ປະທານາທິບໍດີ​ອີນ​ເດຍ ​ໄດ້​ດຳ​ເນີນ​ພິທີ​ຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູ​ນກາ​ງພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ທີ່​ມາ​ຢ້ຽມຢາມ​ທາງ​ລັດຖະກິດ​ອີນ​ເດຍ ຢ່າງ​ເປັນ​ທາງ​ການ ຕາມ​ພິທີ​ການ​ສູງ​ສຸດ​ທີ່​ສະ​ຫງວນ​ໃຫ້​ປະມຸກ​ລັດ. ທ່ານ​ນາຍົກລັດຖະມົນຕີ ອີນ​ເດຍ Manmohan Singh ​ເປັນ​​ເຈົ້າພາບ​ພິທີ​ຕ້ອນຮັບ.


ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ດຳເນີນໄປຢ່າງສົມກຽດຢູ່ສຳນັກງານປະທານາທິບໍດີອີນເດຍ - ảnh 2
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ
​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີນ​ເດຍ Salman Khurshid)

    ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີນ​ເດຍ Salman Khurshid ​ເຂົ້າ​ຢ້ຽມ​ຂໍ່ານັບ ​ແລະ ລາຍ​ງານ​ກ່ຽວ​ກັບ​ລາຍການ​ເຄື່ອນ​ໄຫວ​​ຢ້ຽມຢາມຂອງ​ທ່ານ. ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ສະ​ແດງ​ຄວາມ​ປິຕິ​ຊົມ​ຊື່ນ​ເມື່ອ​​ໄດ້​ກັບ​ມາ​ຢ້ຽມ​ຢາມ​ປະ​ເທດ​ອີນ​ເດຍ ທີ່​ສວຍ​ງາມ, ຮັກ​ແພງ​ແຂ​ກຄົນ; ຂອບ​ໃຈ​ຕໍ່​ລັດຖະບານ ​ແລະ ປະຊາຊົນ​ອິນ​ເດຍ ທີ່​​ໄດ້ສະຫງວນ​ໃຫ້​ທ່ານ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽ​ດນາມ ການ​ຕ້ອນຮັບ​ຢ່າງ​ສົມ​ກຽດ, ຈິງ​ໃຈ, ສຸດ​ຈິດ​ສຸດ​ໃຈ ​ແລະ ​ເຊື່ອ​ໝັ້ນ​ວ່າການ​ຢ້ຽມຢາມ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ດີງາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຢືນຢັນ​ວ່າ ບັນດາ​ບາດກ້າວ​ພັດທະນາ​ອັນ​ດີງາມ​ລະຫວ່າງ 2 ປະ​ເທ​ດ ອີ​ງບົນ​ພື້ນຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ​ແລະ ບັນດາ​ຈຸດ​ທີ່​ຄ້າຍ​ຄື​ກັນ, ​ເຫັນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົມຊ້ອນ​ຫຼາຍ​ຢ່າງ, ​ເນັ້ນ​ໜັກ​​ເຖິງ​ການ​ຖື​​ເປັນ​ສຳຄັນການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ຮ່ວມ​ມື​ປ​້ອງກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ທ່ານ​ເລຂາທິການ​ໃຫຍ່ ຕີ​ລາຄາ​ສູງໝາກຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 15 ຂອງຄະນະ​ກຳມະການປະສົມຫວຽດນາມ - ອີນ​ເດຍ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ວິທະຍາສາດ ​ໂດຍ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ 2 ປະ​ເທດ​ເປັນ​ເຈົ້າ​ການຈັດ​ຕັ້ງ​ໃນ​ເດືອນ 07 ຜ່ານ​ມາ; ປາດ​ຖະໜາ​ວ່າ​ລັດຖະບານ, ບັນດາ​ກະຊວງ, ຂະ​ແໜງ​ການ 2 ຝ່າຍມານະ​ພະຍາຍາມຜັນ​ຂະຫຍາຍ, ຊຸກຍູ້​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ຂໍ້​ຕົກລົງ​ຂັ້ນ​ສູງ, ລາຍການ​ເຄື່ອນ​​ໄຫວ​ປີ 2013 – 2015 ກໍ່​ຄື​ບັນດາ​ເອກະສານ​ຮ່ວມ​ມື​ທີ່​ໄດ້​ຮັບ​ການ​ລົງ​ນາມ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້.

ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ດຳເນີນໄປຢ່າງສົມກຽດຢູ່ສຳນັກງານປະທານາທິບໍດີອີນເດຍ - ảnh 3
(ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ
ພົບ​ປະ​ເຈລະ​ຈາ​ກັບ​ທ່ານນາງ​ປະທານ​ພັກຄອງ​ເກດ Sonia Gandhi)

​​ໃນ​ຕອນ​ບ່າຍ​ວັນ​ທີ 20/11, ຢູ່​ສຳນັກງານ​ພັກ​ຄອງ​ເກດ, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ມີ​ການ​ພົບ​ປະ​ເຈລະ​ຈາ​ກັບ​ທ່ານນາງ​ປະທານ​ພັກຄອງ​ເກດ Sonia Gandhi. ທ່ານ​ເລຂາທິການ​ໃຫຍ່ ​ເນັ້ນ​ໜັກ​ວ່າ ພັກ​ກອມ​ມູນິດ​ຫວຽດນາມ ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ພັກ​ການ​ເມືອງ​ອີນ​ເດຍ, ​ໂດຍ​ສະ​ເພາະ​ແມ່ນພັກຄອງ​ເກດ ທີ່​ພວມ​​ຮັກສາ​ບົດບາດ​ສຳຄັນໃນ​ລັດຖະບານ​ຮ່ວມ​ສຳພັນ, ຖື​ນັ້ນ​ແມ່ນ​ພື້ນຖານ​ການ​ເມືອງ​ທີ່​ສຳຄັນ​ໃຫ້​ແກ່​ການ​ພົວພັວລະຫວ່າງ 2 ປະ​ເທ​ດ; ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ພັກ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ແບ່ງປັນ​ບັດ​ຮຽນ​ໃນ​ການ​ກໍ່ສ້າງ​ພັກ, ຄຸ້ມ​ຄອງ​ປະ​ເທດ ​ແລະ ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍຂອງ​ພັກ​ການ​ເມືອງ. ທ່ານ​ນາງ​ປະທານ Sonia Gandhi ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ 2 ພັກ, ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ອົງການ​ຈັດ​ຕັ້ງມະຫາຊົນ​ຂອງ​ພັກ, ​ແລກປ່ຽນ​ບົດ​ຮຽນ​ການ​ການ​ຊີ້​ນຳ, ຄຸ້ມ​ຄອງ ​ແລະ ​ເປັນ​ພື້ນຖານ​ການ​ເມືອງ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

   ແລະ​ກໍ່​ໃນ​ວັນ​ດຽກັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ບັນດາ​ການ​ນຳອີນ​ເດຍ ​ເຊິ່ງລວມມີທ່ານ​ປ​ະທາ​ນາ​ທິບໍດີ​ສ.ອີນ​ເດຍ Pranab Mukherjee, ທ່ານ​ຮອງ​ປະທານາທິບໍດີ ທັງ​ເປັນ​ປະທານ​ສະພາ​ສູງ Mohammad Hamid Ansari.

ຕອບກັບ

ຂ່າວ/ບົດ​ອື່ນ