ພິທີຕ້ອນຮັບນັກສຶກສາຫວຽດນາມບັນລຸ5ຫຼຽນທີ່ການເສັງOlympicວິທະຍາສາດໜຸ່ມສາກົນ

ພິທີຕ້ອນຮັບນັກສຶກສາຫວຽດນາມບັນລຸ5ຫຼຽນທີ່ການເສັງOlympicວິທະຍາສາດໜຸ່ມສາກົນ - ảnh 1
ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ສຶ​ກ​ສາ ແລະ ບຳ​ລ​ຸງ​ສ້າງ ຟ້າມ​ແມ້ງ​ຮູ່ງ ມອບ​ໃບ​ຍ້ອງ​ຍໍ​ໃຫ້​ບັນ​ດາ​ນັກ​ຮຽນ​ໄດ້​ຮັບຫຼຽນ
(ພາບ: Quý Trung/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 17/12, ທີ່​ຮ່າ​ໂນ້ຍ, ກະ​ຊວງ​ສຶກ​ສາ ແລະ ບ​ຳ​ລຸງ​ສ້າງ​ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ຄະ​ນະ​ນັກ​ຮຽນ ຫວຽດ​ນາມ ເຂົ້າ​ຮ່ວມ Olympic ວິ​ທະ​ຍາ​ສາດ​ໜຸ່ມ​ສາ​ກົນ (IJSO) ຄັ້ງ​ທີ 11 ຢູ່ ອັກ​ຊັງ​ຕີນ ກັບ​ເມືອ​ປະ​ເທດ, ດ້ວຍ​ນັກ​ຮ​ຽນ 5 ຄົນ​ໃນ​ຈຳ​ນວນ 6 ຄົ​ນ​ຂອງ​ຄະ​ນະ​ຍາດ​ໄດ້ຫຼຽນ, ໃນ​ນັ້ນ​ມີ​ຫຼຽນ​ຄຳ 2 ຫຼຽນ, ຫຼຽນ​ເງິນ 2 ຫຼຽນ ແລະ ຫຼຽນ​ທອງ 1 ຫຼຽນ. ດ້ວຍ​ໝາ​ກ​ຜົນ​ດັ່ງ​ກ່າວ, ຄະ​ນະ​ນັກ​ຮຽນ ຫວຽດ​ນາມ ນອນ​ໃນ top 5 ຄະ​ນະ​​ທີ່ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ເສັງ.

        ນີ້​ແມ່ນ​ຜົນ​ງານ​ສູງ​ສຸດ​ໃນການ​ເຂົ້າ​ຮ່ວມ Olympic ວິ​ທະ​ຍາ​ສາດ​ໜຸ່ມ​ສາ​ກົນ​ຂອງນັກ​ຮຽນ ຫວຽດ​ນາມ ໃນ 7 ຄັ້ງ​ຜ່ານ​ມາ.

        ທັງ 5 ຫຼຽນ​ຂອງ​ຄະ​ນະ​ນັກ​ຮຽນ ຫວຽດ​ນາມ ລ້ວນ​ແຕ່​ຂຶ້ນ​ກັບ​ນັກ​ຮຽນ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ ຮ່າ​ໂນ້ຍ Amsterdam.


ຂ່າວ/ບົດ​ອື່ນ