ພິທີຕ້ອນຮັບນາຍົກລັດຖະມົນຕີຫງວຽນເຕີນຢູ້ງຢ້ຽມຢາມອິນເດຍຢ່າງເປັນທາງການ

ພິທີຕ້ອນຮັບນາຍົກລັດຖະມົນຕີຫງວຽນເຕີນຢູ້ງຢ້ຽມຢາມອິນເດຍຢ່າງເປັນທາງການ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພົບ​ປະ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ອິນ​ເດຍ
(ພາບ: Nhật Bắc
)

(vovworld) – ວັນ​ທີ 28/10, ຢູ່​ນະ​ຄອນຫຼວງ ນິວ​ເດ​ລີ, ​ດຳ​ເນີນ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ຢ້ຽມ​ຢາມ ອິນ​ເດຍ ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Narendra Modi. ພາຍຫຼັງ ພິ​ທີ​ຕ້ອນ​ຮັບ, ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ດຳ​ເນີນ​ການ​ເຈ​ລະ​ຈາ ແລະ ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ເຊັນ​ບັນ​ດາ​ຂໍ​້​ຕົກ​ລົງ​ຮ່ວມ​ມື.

        ກ​່ອນ​ໜ້ານັ້ນ, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ອິນ​ເດຍ ຢ່າງ​ເປັນ​ທາງ​ການ, ວັນ​ທີ 27/10, ຢູ່​ນະ​ຄອນຫຼວງ ນິວ​ເດ​ລີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເຂົ້າ​ຮ່ວມ ແລະ ກ່າ​ວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ​ການ​ຄ້າ ແລະ ການ​ລົງ​ທຶນ ຫວຽດ​ນາມ - ອິນ​ເດຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເນັ້ນ​ໜັກວ່າ: ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ອິນ​ເດຍ​ ແມ່ນ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ຊາດ. 2 ຝ່າຍ​ພ້ອມ​ກັນ​ຕັດ​ສິນ​ໃຈ​ບັນ​ລຸ​ຈຸດ​ໝາຍ​ເພີ່ມ​ວົງ​ເງິນ​ການ​ຄ້າ​ຂຶ້ນ​ເຖິງ 7 ຕື້ USD ໃນ​ປີ 2015 ແລະ ຂຶ້ນ​ເຖິງ 15 ຕື້ USD ໃນ​ປີ 2020.

        2 ຝ່າຍ​ສືບ​ຕໍ່​ສົມ​ທົບ​ເພື່ອ​ຜົນ​ປະ​ໂຫຍດ​ລວມ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ພາກ​ພື້ນ ແລະ ສາ​ກົນ, ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ ອາ​ຊຽນ - ອິນ​ເດຍ, ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ຢັ້ງ​ຢືນ​ວ່າ:

        “ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ບັນ​ດາ​ປະ​ເທດສະ​ມາ​ຊິກ​ປະ​ຕິ​ບັດ​ສຳ​ເລັ​ດ​ຈຸດ​ໝາຍ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອ​າ​ຊຽນ ໃນ​ປີ 2015. ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ເປັນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ອິ​ນ​ເດຍ​ເຊື່ອມ​ຊຶ​ມເຂົ້າ​ຕະຫຼາດນີ້. ຫວຽດ​ນາມ ຈະ​ກາຍ​ເປັນ​ຕຳ​ໂສ້ສຳ​ຄັນ​ຂອງ​ເຄືອ​ຂ່າຍ​ຮ່ວມ​ສຳ​ພັນ​ຕ້ານເສດ​ຖະ​ກິດ​​ຢ່າງ​ກ້​ວາງ​ຂວາງ​ກັບ 55 ​ປະ​ເທດຄູ່​ຮ່ວ​ມ​ມື, ໃນ​ນັ້ນ​ມີ 15 ​ປະ​ເທດສະ​ມາ​ຊິກ​ຂອງ G 20. ພ​ວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ: ບັນ​ດາວ​ິ​ສາ​ຫະ​ກິດ ອິນ​ເດຍ ຈະ ມາ ຫວຽດ​ນາມ ດຳ​ເນີນ​ທຸ​ລະ​ກິດ, ​ລົງ​ທຶນ ແລະ ພ້ອມ​ກັນ​ແບ່ງ​ປັນ​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ຕະຫຼາດ ຫ​ວຽດ​ນາມ ແລະ ກາ​ລະ​ໂອ​ກາດ​ສຳ​ພັດ​ກັບ​ຕະຫຼາດ​ ບັນ​ດາ​ຄູ່​ຮ່ວມ​ມື​ຂອງ ຫວຽດ​ນາມ.”

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ກໍ່​ສະ​ເໜີ​ວິ​ສາ​ຫະ​ກິດ 2 ປະ​ເທດ​ຍູ້​ແຮງ​ການ​ຮ່ວມ​ມື​ລົງ​ທຶນ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລຢ​ີ​ຂໍ້​ມູນ​ຂ່າວ​ສານ, ວິ​ທະ​ຍາ​ສາດ​ຊີ​ວະ​ພາບ, ຜະ​ລິດ​ກົນ​ຈັກ, ເຄ​ມີ, ການ​ຢາ, ໄຟ​ຟ້າ, ນ້ຳ​ມັນ​ອາຍ​ແກັດ, ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ - ສິນ​ໃນ​ນ້ຳ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບາງ​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ອັນ​ດັບ​ໜຶ່ງ​ຂອງ ອິນ​ເດຍຄື: ກຸ່ມ​ບໍ​ລິ​ສັດ TATA, ESSAR, Jet Airways… ແລະ ​ຢ້ຽມ​ຢາມ​ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ.


ຂ່າວ/ບົດ​ອື່ນ