ພິທີຕ້ອນຮັບໃບຢັ້ງຢືນ ປູຊະນີຍະສະຖານ, ມໍລະດົກ ແລະ ພິທີອາໄລ ຫາທະຫານ ຮ່ວາງຊາ

ພິທີຕ້ອນຮັບໃບຢັ້ງຢືນ ປູຊະນີຍະສະຖານ, ມໍລະດົກ ແລະ ພິທີອາໄລ ຫາທະຫານ ຮ່ວາງຊາ - ảnh 1
ພິທີ​ອາ​ໄລ​ຫາ​ທະຫານ​ ​ຮ່ວາງຊາ
(ພາບ: baomoi.com)

(vovworld) - ຕອນ​ຄຳ່​ວັນ​ທີ 27/4, ຢູ່​ແຂວງ ກວາງ​ຫງາຍ, ​ໄດ້​ໄຂ “ພິທີ​ອາ​ໄລ​ຫາ​ທະຫານ​ ​ຮ່ວາງຊາ” ​ແລະ “ສັບປະດາ​ວັດທະນະທຳ ທະ​ເລ, ​ເກາະ ກວາງ​ຫງາຍ ປີ 2013”. ພິທີ​ອາ​ໄລ​ຫາ​ທະຫານ​ ​ຮ່ວາງຊາ​ ​ແລະ ບັນດາ​ພິທີ​ທີ່​ກ່ຽວຂ້ອງ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ປະມົງ​​ແຄມ​ທະ​ເລ ​ແລະ ໝູ່​ເກາະ​ໃນ​ຫຼາຍ​ສະຕະວັດ​ຜ່ານ​ມ​າ. ສະ​ແດງ​​ໃຫ້​ເຫັນສິນ​ທຳ​ທີ່​ວ່າ ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ, ອາ​ໄລ​ຫາ, ຕອບ​ບຸນ​ແທນ​ຄຸນ​ທະ​ຫານ​ຮ່ວາງຊາ ​ໃນ​ເມື່ອ​ກ່ອນ​ ທີ່​ໄດ້​ຮັບ​ຄຳ​ສັ່ງ​ຈາກ ລາຊະ​ວັງ ອອກ​ສູ່​ໝູ່​ເກາະ ​ຮ່ວາງຊາ ​ເພື່ອ​ປັກ​ຫຼັກ​ໝາຍ, ຕັ້ງ​ແຜ່ນ​ສີ​ລາ​ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​, ທ່ານ ກາວ​ຄວາ, ປະທານ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ກວາງ​ຫງາຍ, ຊີ້​ແຈງ​ວ່າ:

“ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ສິລະ​ປະທີ່​ວາດ​ພາບພິທີ​ອາ​ໄລ​ຫາ​ທະຫານ, ປະຊາຊົນ ​ແຂວ​ງ ກວາງ​ຫງາຍ ​ແລະ ​ໃນ​ທົ່ວ​ປະ​ເທດ, ​ແຂກ​ສາກົນ ຈະ​ຮັບ​ຮູ້​​ໄດ້ບັນດາ​ຄຸນ​ຄ່າ​ຂອງ​ພິທີ​ອາ​ໄລ​ຫາ​ທະຫານ ​ຮ່ວາງຊາ ​ແລະ ມໍລະດົກ​ວັດທະນະທຳ​ທະ​ເລ​,ເກາະ ກວາງ​ຫງາຍ. ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ ​ແຂວງ​ກວາງ​ຫງາຍ ​ເວົ້າ​ລວມ, ​ເມືອງ​ເກາະ ຫຼີ​ເຊີນ ​ເວົ້າ​ສະ​ເພາະ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ປົກ​ປັກ​ຮັກສາ​ຄຸນ​ຄ່າ​ຂອງ​ພິທີ​ອາ​ໄລ​ຫາ​ທະຫານ ​ຮ່ວາງຊາ ​ແລະ ມໍລະດົກ​ວັດທະນະທຳ​ທະ​ເລ, ​ເກາະ ກວາງ​ຫງາຍ ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ພາລະກິດ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ ຫວຽດນາມ.”

        ​ໃນ​ຂອ​ບ​ເຂດ​ພິທີອາ​ໄລ​ຫາ​ທະຫານ​ ​ຮ່ວາງຊາ, ຕອນ​ເຊົ້າ​ວັນ​ທີ 28/4, ຢູ່​ສາລາ​ບ້ານ ອານ​ຫວີງ, ຕາ​​ແສງ ອານ​ຫວີງ, ​ເມືອງ ຫຼີ​ເຊີນ, ​ແຂວງ ກວາງ​ຫງາຍ ​ໄດ້​ດຳ​ເນີນ​ພິທີ​ມອບ​ໃບ​ຢັ້ງຢືນ​ປູຊະນີຍະສະຖານ​ລະດັບ​ຊາດ ​ໃຫ້​ສາລະ​ບ້ານ ອານ​ຫວີງ, ມອບ​ໃບ​ຢັ້ງຢືນພິທີ​ອາ​ໄລ​ຫາ​ທະຫານ​ ຮ່ວາງຊາ ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ຊາດ.

ຂ່າວ/ບົດ​ອື່ນ