ພິທີຖວາຍພະເພີງ ພະບໍລົມມະສົບພະບາດສົມເດັດ ພູມິພົນ ອະດຸນຍະເດດດຳເນີນຢ່າງສົມກຽດ

(VOVWORLD) -ຕອນເຊົ້າວັນທີ 26 ຕຸລາ  ພິທີ ຖວາຍ ພະເພີງ ພະບໍລົມມະສົບ ພະບາດສົມເດັດ ພູມິພົນ ອະດຸນຍະເດດ ດຳເນີນຢ່າງເປັນທາງການຢູ່ ສະຫນາມຫລວງ ທີ່ນະຄອນຫລວງ ບາງກອກ


ດ້ວຍພິທີການຂອງພະລາດຊະວົງ ແລະ ສາສະຫນາພຸດ ດ້ວຍການຕິດຕາມຂອງປະຊາຊົນໄທນັບລ້ານໆຄົນ. ມີຊາວໄທ ປະມານ 350.000 ຄົນໄດ້ລົງຖະຫນົນເຂົ້າຮ່ວມເຫດການດັ່ງກ່າວ ດ້ວຍຄວາມຕື້ນຕັນໃຈທີ່ສຸດ. ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ຕາງຫນ້າໃຫ້ລັດຫວຽດນາມ ເຂົ້າຮ່ວມພິທີຖວາຍພະເພີງພະບໍລົມມະສົບພະບາດສົມເດັດ ພູມິພົນ ອະດຸນຍະເດດ ພ້ອມກັບ 40 ຄົນທີ່ ຕາງຫນ້າໃຫ້ລາດຊະວົງ  ແລະ ລັດຖະບານປະເທດຕ່າງໆ. 


ຕອບກັບ

ຂ່າວ/ບົດ​ອື່ນ