ພິທີຖະຫວາຍທູບທຽນ, ລອຍກະໂທງອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເກາະ ກາກມາ

(VOVWORLD) -ວັນທີ 13 ມິນາ, ຢູ່ສາລາບ້ານ ນ້າຍນາມ, ເມືອງ ຫາຍເຈົາ (ດ່ານັ້ງ), ຄະນະຕິດຕໍ່ພົວພັນທີ່ເປັນມູນເຊື້ອກອງທັບ ເຈື່ອງຊາ ຢູ່ ດ່ານັ້ງ ໄດ້ຈັດພິທີຖະຫວາຍທູບທຽນ, ລອຍກະໂທງອາໄລຫາ, ຕອບບຸນແທນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ.
ພິທີຖະຫວາຍທູບທຽນ, ລອຍກະໂທງອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເກາະ ກາກມາ - ảnh 1ພິທີຖະຫວາຍທູບທຽນ, ລອຍກະໂທງອາໄລຫາ, ຕອບບຸນແທນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ
(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 43 ປີແຫ່ງວັນທະຫານເຮືອປະຊາຊົນ ຫວຽດນາມ 64 ຄົນຢູ່ເກາະ ກາກມາ (ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ) ເສຍສະຫຼະຊີວິດເພື່ອປົກກະປັດຮັກສາປະເທດຊາດ (14 ມີນາ 1988 – 14 ມີນາ 2022), ວັນທີ 13 ມິນາ, ຢູ່ສາລາບ້ານ ນ້າຍນາມ, ເມືອງ ຫາຍເຈົາ (ດ່ານັ້ງ), ຄະນະຕິດຕໍ່ພົວພັນທີ່ເປັນມູນເຊື້ອກອງທັບ ເຈື່ອງຊາ ຢູ່ ດ່ານັ້ງ ໄດ້ຈັດພິທີຖະຫວາຍທູບທຽນ, ລອຍກະໂທງອາໄລຫາ, ຕອບບຸນແທນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນເຕີນ, ຫົວໜ້າຄະນະຕິດຕໍ່ພົວພັນມູນເຊື້ອທະຫານ ເຈື່ອງຊາ (ໄລຍະ 1984-1988) ໃຫ້ຮູ້ວ່າ, ນະຄອນດ່ານັງ ໄດ້ສ້າງເສັ້ນທາງມີຊື່ວ່າ ເຈື່ອງຊາ ຢູ່ລຽບຕາມຝັ່ງທະເລ, ສະແດງໃຫ້ເຫັນການຕອບບຸນແທນຄຸນຕໍ່ການອຸທິດສ່ວນຢ່າງໃຫຍ່ຫຼວງຂອງປະຊາຊົນ ດ່ານັງ ທີ່ສະຫງວນໃຫ້ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເກາະ ກາກມາ, ດ້ານອື່ນກໍ່ຢັ້ງຢືນໝູ່ເກາະ ຮ່ວາງຊາ - ເຈື່ອງຊາ ແມ່ນຂອງ ຫວຽດນາມ.

ທີ່ພິທີ, ຜູ້ຕາງໜ້າຍາດຕິພີ່ນ້ອງບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ເກາະ ກາກມາ ແລະ ບັນດາອະດີດນັກຮົບເຄີຍປະຕິບັດງານ, ຕໍ່ສູ້ຢູ່ເກາະ ເຈື່ອງຊາ ໄດ້ສະຫງວນເວລາ 1 ນາທີກົມຫົວອາໄລຫາ ແລະ ຖະຫວາຍທູບທຽນອາໄລຍະບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເກາະ ກາກມາ; ລອຍກະໂທງບົນແມ່ນ້ຳ ຮ່ານ ເພື່ອຕອບບຸນແທນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ.

ເນື່ອງໃນໂອກາດນີ້, ຜູ້ຕາງໜ້າການນຳມະຫາວິທະຍາໄລ ອາຊີຕາເວັນອອກ ກໍ່ໄດ້ມອບຂອງຂວັນ 10 ພູດ (ແຕ່ລະພູດມີມູນຄ່າ 1 ລ້ານຄົນ) ໃຫ້ແກ່ 10 ຄອບຄົວຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດໃນບໍລິເວນແຂວງ ກວາງນາມ, ດ່ານັ້ງ ທີ່ເສຍສະຫຼະຊີວິດຢູ່ເກາະ ກາກມາ.

ຕອບກັບ

ຂ່າວ/ບົດ​ອື່ນ