ພິທີຖະຫວາຍທູບທຽນບູຊາເຈົ້າຊີວິດ ຮູ່ງ ຢູ່ ເຊີແນວ, ປະເທດ ເຊີວິດ

ພິທີຖະຫວາຍທູບທຽນບູຊາເຈົ້າຊີວິດ ຮູ່ງ ຢູ່ ເຊີແນວ, ປະເທດ ເຊີວິດ - ảnh 1

ພິທີຖະຫວາຍ​ທູບ​ທຽນ​ວັນ​ໄຫວ້​ບູຊາ​ເຈົ້າ​ຊີວິດ ຮູ່ງ ຢູ່ ​ເຊີ​ແນວ, ປະ​ເທດ ​ເຊີ​ວິດ

(vovworld) –  ວັນ​ທີ 19/4, ຄະນະ​ປະຕິບັດ​ງານ ຫວຽດນາມ ຢູ່​ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ ​ແລະ ບັນດາ​ອົງການ​ສາກົນ​ອື່ນໆ ຢູ່​ເຊີ​ແນວ ​ໄດ້​ຈັດ​ຕັ້ງ​ພິທີ​ຖະຫວາຍ​ທູບ​ທຽນ ບູຊາ​ເຈົ້າ​ຊີວິດ ຮູ່ງ. ນະ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຫງວຽນ​ແທ່ງ​ຈູງ ​ເນັ້ນ​ໜັກ​ວ່າ: ​ເລື່ອງ UNESCO ມອບ​ໃບ​ຢັ້ງຢືນ​ການ​ເຫລື້ອມ​ໃສ​ບູຊາ​ເຈົ້າ​ຊີວິດ​ຮູ່ງ​ແມ່ນ​ມໍລະດົກ​ວັດທະນະທຳ​ຂອງ​ມວນ​ມະນຸດນັ້ນ, ຊາວ ຫວຽດນາມ ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກດ້ວຍ​ສີສັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ. ຈາກ​ວັນ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ ​ເພື່ອ​ອາ​ໄລ​ຫາ​ຄຸນງາມ​ຄວາມ​ດີ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ​ຂ​ອງບັນດາ​ເຈົ້າ​ຊີວິດ ຮູ່ງ, ​ເຊ່ິງ​ແມ່ນລາດ​ຊະ​ວົງ​ສະ​ໄໝ​ທຳ​ອິດ​ຂອງ​ຊາດ, ວັນ​ໄຫວ້​ບູຊາ​ເຈົ້າ​ຊີວິດ ຮູ່ງ ​ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງ​ເພື່ອນ​ມິດ​ທີ່​ມາ​ຈາກ​ສາລາທິດ. ທ່ານ ເອກ​ອັກຄະ​ລັດຖະທູດ ຫງວຽນ​ແທ່ງ​ຈູງ ຢືນຢັນ​ວ່າ: ​ເລື່ອງ​ຖະຫວາຍ​ທູບ​ທຽນບູຊາ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​​ແມ່ນ​ການ​ໄຫວ້​ບູຊາ ​ເທົ່າ​ນັ້ນ ຫາກ​ສິ່ງ​ສຳຄັນ​ທີ່​ສຸດ​ນັ້ນ​ແມ່ນ​ການ​ຕອບ​ບຸນ​ແທນ​ຄຸນ ຂອງ​ຊາວ ຫວຽດນາມ, ​ໃນ​ນັ້ນລວມມີ​ຊາວ ຫວຽດນາ​ມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນັບ​ລ້ານ​ຄົນ ກໍ່​ອວາຍ​ໜ້າ​ເມືອ​ຫາ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ