ພິທີບູຊາ ວູລານ ພສ 2558 ຢູ່ລາວ

ພິທີບູຊາ ວູລານ ພສ 2558 ຢູ່ລາວ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 10/08, ຢູ່​ນະຄອນຫຼວງ​ວຽງ​ຈັນ, ວັດ ​ເຟ​ືດຕິ໋ກ ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ໄດ້​ຈັດພິທີບູ​ຊາ ວູລານ (ໝາຍ​ເຖິງ​ພິທີ​ພູ​ຊາ​ວັນ​ເພງ​ເດືອນ 7) ພສ 2558 ຢູ່​ລາວ ​ເພື່ອ​ແນ​ໃສ່​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ດ້ານ​ຄຸນສົມບັດ​ອັນ​ສູງ​ສົ່ງ​ຂອງ​ຊາວ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ພະ​ອາຈານ ທິ່ກມິ​ງກວາງ ​ໄດ້​ຂອບ​ໃຈ​ແຂກ​ເຂົ້າ​ຮ່ວມ, ພິ​ເສດ​ແມ່ນ​ພໍ່​ແມ່​ປະ​ຊົນ​ໄດ້​ເຂົ້າ​ຮ່ວມພິທີບູ​ຊາ ວູລານ ພສ 2558, ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳຂອງ​ປະຊາຊົນ​ຫວຽດນາມ. ​ເຖິງ​ວ່າ​ຢູ່​ຫ່າງ​ຈາກ​ປະ​ເທດ​ກໍ່ຕາມ ​ແຕ່​ເລື່ອງ​ຕອບ​ບຸນ​ແທນ​ຄຸນຕໍ່​ບັນພະບຸລຸດ, ປູ່​ຍ່າຕາ​ຍາຍ, ພໍ່​ແມ່ ຍາມ​ໃດ​ພໍ່​​ແມ່​ປະຊາຊົນ​ໃນ​ປະຊາ​ຄົມ​ກໍ່​ຈົດ​ຈຳ ​ແລະ ປະຕິບັດ. ​ແຕ່​ດົນນານ​ມາ​ແລ້ວ, ຮອດ​ວັນ​ເພງ​ເດືອນ 7 ພໍ່​​ແມ່​ປະຊາຊົນ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ລາວ ລ້ວນ​ແຕ່​ສະຫງວນ​ເວລາ​ເພື່ອ​ສະ​ແດງ​ຄວາມກະຕັນຍູ ​ແລະ ​ຮູ້​ບຸນຄຸນ​ຕໍ່​ພໍ່​ແມ່, ອາ​ໄລຫາ​ບັນດາ​ນັກຮົບ​ຫວຽດນາມ - ລາວ ​ທີ່​ໄດ້​​ເສຍສະຫຼະ​ຊີວິດ​ໃນ​ສະໜາມຮົບ ​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ລາວ - ຫວຽດນາມ.
ຂ່າວ/ບົດ​ອື່ນ