ພິ​ທີບໍ​ລ​ິ​ຈາກເງິນກໍ່​ສ້າງເຂດ​ອາ​ໄລ​ຫາການ​ນຳ ແລະ ນັກ​ຮົບປະ​ຕິ​ວັດ ລາວ - ຫວຽດ​ນາມ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໋າຮູ່ງ ຢັ້ງຢືນວ່າ, ພິທີບໍລິຈາກເງິນກໍ່ສ້າງເຂດອາໄລຫາການນຳ ແລະ ນັກຮົບປະຕິວັດ ລາວ - ຫວຽດນາມ ທີ່ເສຍສະຫຼະຊິວິດເພື່ອຄວາມເອກະລາດສັນຕິພາບຂອງ 2 ປະເທດແມ່ນໂຄງການມີຄວາມໝາຍສຳຄັນຕໍ່ພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ ລາວ.
ຕອນຄ່ຳ 12 ມັງກອນ, ວັດ ເຟີດຕິກ ຢູ່ນະຄອນຫຼວງ ວຽງຈັນ, ລາວ ໄດ້ສົມທົບກັບສະຖານທຸດ ຫວຽດນາມ ປະຈຳ ລາວ, ສະມາຄົມຊາວ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ແລະ ສະມາຄົມວິສາຫະກິດ ຫວຽດນາມ ທີ່ຮ່ວມມື ແລະ ລົງທຶນຢູ່ ລາວ (Viet-Lao BACI) ຈັດຕັ້ງ ພິທີບໍລິຈາກເງິນກໍ່ສ້າງເຂດອາໄລຫາການນຳ ແລະ ນັກຮົບປະຕິວັດ ລາວ - ຫວຽດນາມ.
ພິ​ທີບໍ​ລ​ິ​ຈາກເງິນກໍ່​ສ້າງເຂດ​ອາ​ໄລ​ຫາການ​ນຳ ແລະ ນັກ​ຮົບປະ​ຕິ​ວັດ ລາວ - ຫວຽດ​ນາມ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໋າຮູ່ງ ກ່າວຄຳເຫັນທີ່ພິທີ (ພາບ: nhandan.vn)

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໋າຮູ່ງ ຢັ້ງຢືນວ່າ, ພິທີບໍລິຈາກເງິນກໍ່ສ້າງເຂດອາໄລຫາການນຳ ແລະ ນັກຮົບປະຕິວັດ ລາວ - ຫວຽດນາມ ທີ່ເສຍສະຫຼະຊິວິດເພື່ອຄວາມເອກະລາດສັນຕິພາບຂອງ 2 ປະເທດແມ່ນໂຄງການມີຄວາມໝາຍສຳຄັນຕໍ່ພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ ລາວ.

        ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮູ່ງ ຮຽກຮ້ອງໃຫ້ຊາວ ຫວຽດນາມ ອາໄສຢູ່ ລາວ, ພະລົງສຳມະເນນ, ພຸດທະສາສະນິກະຊົນ, ວິສາຫະກິດ, ພະນັກງານ, ພາລະກອນ ຫວຽດນາມ ແລະ ລາວ ຕັ້ງໜ້າຕອບສະໜອງພິທີບໍລິຈາກເງິນກໍ່ສ້າງໂຄງການທີ່ມີຄວາມໝາຍນີ້.

ຕອບກັບ

ຂ່າວ/ບົດ​ອື່ນ