ພິທີປຸກລະດົມລະດັບຊາດຕອບສະໜອງວັນນ້ຳແຫ່ງໂລກ, ວັນອຸຕຸນິຍົມໂລກ ແລະ ບັ້ນການເຄື່ອນໄຫວຊົ່ວໂມງເພື່ອໜ່ວຍໂລກ 2024

(VOVWORLD) - ພິທີປຸກລະດົມເພື່ອແນໃສ່ຮຽກຮ້ອງບັນດາປະເທດພ້ອມກັນສາມັກຄີ ກະທຳ ແລະ ຮ່ວມມືເພື່ອປົກປັກຮັກສາແຫຼ່ງຊັບພະຍາກອນນ້ຳ; ເປັນເຈົ້າການໃນມາດຕະການປ້ອງກັນ, ສະກັດກັ້ນ, ຮັບມື, ຫລຸດຜ່ອນຄວາມສ່ຽງຈາກໄພພິບັດທຳມະຊາດ...
ພິທີປຸກລະດົມລະດັບຊາດຕອບສະໜອງວັນນ້ຳແຫ່ງໂລກ, ວັນອຸຕຸນິຍົມໂລກ ແລະ ບັ້ນການເຄື່ອນໄຫວຊົ່ວໂມງເພື່ອໜ່ວຍໂລກ 2024 - ảnh 1ພິທີໂດຍ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ຈັດຂຶ້ນ

ຕອນບ່າຍວັນທີ 22 ມີນາ, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ຈັດພິທີປຸກລະດົມລະດັບຊາດ ຕອບສະໜອງວັນນ້ຳແຫ່ງໂລກ (22 ມີນາ), ວັນອຸຕຸນິຍົມໂລກ (23 ມີນາ) ແລະ ບັ້ນການເຄື່ອນໄຫວຊົ່ວໂມງເພື່ອໜ່ວຍໂລກ 2024. ພິທີປຸກລະດົມເພື່ອແນໃສ່ຮຽກຮ້ອງບັນດາປະເທດພ້ອມກັນສາມັກຄີ ກະທຳ ແລະ ຮ່ວມມືເພື່ອປົກປັກຮັກສາແຫຼ່ງຊັບພະຍາກອນນ້ຳ; ເປັນເຈົ້າການໃນມາດຕະການປ້ອງກັນ, ສະກັດກັ້ນ, ຮັບມື, ຫລຸດຜ່ອນຄວາມສ່ຽງຈາກໄພພິບັດທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຍູ້ແຮງການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ພ້ອມກັບໂລກມຸ່ງໄປເຖິງຈຸດປະສົງລວມ Net Zero ໃນປີ 2050. ກ່າວຄຳເຫັນທີ່ເຫດການ. ທ່ານ ເລກົງແທັ່ງ, ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ທຳມະຊາດ ເນັ້ນໜັກວ່າ:

        “ຫົວຂໍ້ຂອງວັນນ້ຳແຫ່ງໂລກ ແມ່ນ “ນ້ຳເພື່ອສັນຕິພາບ”, ວັນອຸຕຸນິຍົມໂລກ “ອຸຕຸນິຍົມອຸທົກກະສາດ ປະຈັນບານໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ” ແລະ ບັ້ນການເຄື່ອນໄຫວຊົ່ວໂມງເພື່ອໜ່ວຍໂລກ 2024 ແມ່ນ “ຫລຸດຜ່ອນຮ່ອງຮອຍຂອງ ກາກບອນ - ມຸ່ງໄປເຖິງ Net Zero” ມີການສະໜິດຕິດພັນແໜ້ນແຟ້ນ, ຜ່ານນັ້ນ ກໍ່ຮຽກຮ້ອງຄວາມເອົາໃຈໃສ່ຂອງປະຊາຄົມເພື່ອແນໃສ່ເພີ່ມທະວີບັນດາມາດຕະການ, ສ້າງບັນດາແຜນການ, ຍຸດທະສາດ, ການກະທຳເພື່ອດິນຟ້າອາກາດ, ສຸມໃສ່ຄວາມສຳຄັນຂອງຊັບພະຍາກອນນ້ຳສຳລັບຄວາມສະຖຽນລະພາບ ແລະ ຄວາມວັດທະນະທຳຖາວອນໃນໂລກ”.

        ກໍ່ກ່ຽວຂ້ອງເຖິງເຫດການດັ່ງກ່າວ, ຕອນເຊົ້າວັນທີ 23 ມີນາ, ເພື່ອຕອບສະໜອງບັ້ນການເຄື່ອນໄຫວຊົ່ວໂມງເພື່ອໜ່ວຍໂລກ, ໂຄງການໜູນຊ່ວຍພະລັງງານ GIZ (GIZ ESP) ໄດ້ສົມທົບກັບນະຄອນ ຮ່າໂນ້ຍ ແລະ ກຸ່ມບໍລິສັດໄຟຟ້າ ຫວຽດນາມ ຈັດເຫດການ “ພະລັງງານສະອາດ - ສ້າງອະນາຄົດສີຂຽວ ແລະ ຍືນຍົງ”, ມຸ່ງໄປເຖິງເປົ້າໝາຍ Net Zero, ການປ່ອຍອາຍພິດລົງລະດັບ 0 ໃນປີ 2050.

ຕອບກັບ

ຂ່າວ/ບົດ​ອື່ນ