ພິທີປຸກລະດົມເດືອນເຄື່ອນໄຫວ “ເພື່ອຄົນທຸກຍາກ”

(VOVWORLD) - ພິທີປຸກລະດົມເດືອນເຄື່ອນໄຫວ “ເພື່ອຄົນທຸກຍາກ” ແລະ ຮັບປະກັນຊີວິດສັງຄົມນະຄອນ ຮ່າໂນ້ຍ ປີ 2020 ຈະດຳເນີນໃນຕອນຄ່ຳວັນທີ 06 ຕຸລາ.
ພິທີປຸກລະດົມເດືອນເຄື່ອນໄຫວ “ເພື່ອຄົນທຸກຍາກ” - ảnh 1ຄະນະຈັດຕັ້ງປະກາດກ່ຽວກັບພິທີປຸກລະດົມ. ພາບ: nhandan.com.vn

        ຄະນະຈັດຕັ້ງໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງສາກົນ, ບຸກຄົນ, ຜູ້ໃຈບຸນໃຈກຸສົນສະໜັບສະໜູນກອງທຶນເພື່ອຄົນທຸກຍາກ ແລະ ວຽກງານຮັບປະກັນຊີວິດສັງຄົມປີ 2020; ມອບຂອງຂວັນໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ເປີດສະຫຼອງເຮືອນມະຫາສາມັກຄີ 90 ຫລັງທີ່ມອບໃຫ້ຄອບຄົວທຸກຍາກ. ທ່ານ ຫງວຽນສີ໊ເຈື່ອງ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າປາດຖະໜາວ່າ ການເຄື່ອນໄຫວເພື່ອຄົນທຸກຍາກ ແລະ ວຽກງານຮັບປະກັນຊີວິດສັງຄົມຈະໄດ້ຮັບຄວາມເອົາໃຈໃສ່ ເພື່ອມີແຫຼ່ງກຳລັງຕື່ມອີກ ພ້ອມກັບນະຄອນເບິ່ງແຍງດູແລໃຫ້ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກເປັນຢ່າງດີທີ່ສຸດ. ໃນພິທີປຸກລະດົມການເຄື່ອນໄຫວເພື່ອຄົນທຸກຍາກໃນປີນີ້, ພວກຂ້າພະເຈົ້າຈະຍ້ອງຍໍສັນລະເສີນ 90 ວິສາຫະກິດ, ຜູ້ໃຈບຸນໃຈກຸສົນ ທີ່ຕັ້ງໜ້າປະກອບສ່ວນຫລາຍຢ່າງໃຫ້ແກ່ການຮັບປະກັນຊີວິດສັງຄົມຂອງນະຄອນ, ເພາະວ່າ ຕໍ່ໜ້າສະພາບການໂລກລະບາດໂຄວິດ-19 ກໍ່ຜົນຮ້າຍຫລາຍຢ່າງ ແຕ່ວິສາຫະກິດຫລາຍແຫ່ງ ກໍ່ໄດ້ຮ່ວມແຮງຮ່ວມໃຈພ້ອມກັບນະຄອນ, ສະໜັບສະໜູນອຸປະກອນການແພດໃຫ້ແກ່ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຂອງນະຄອນຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ