ພິທີ​ປິດ​ກອງ​ປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊີຕາເວັນອອກສ່ຽງໃຕ້ ຄັ້ງ​ທີ 41 ທີ່ ສສ ຫວຽດນາມ

(VOVWORLD) -ໃນລະຫວ່າງ ວັນທີ 08-10 ກັນຍາ 2020 ທີ່ ນະຄອນຫຼວງຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 41 (AIPA 41) ດ້ວຍຮູບແບບອອນລາຍ, ພາຍໃຕ້ການເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ນາງ ຫງວຽນທິກີມເງິນ ປະທານໄອປາ ຄັ້ງທີ 41, ປະທານສະພາແຫ່ງຊາດ ສສ ຫວຽດນາມ ພ້ອມດ້ວຍບັນດາທູຕານຸທູດຂອງບັນດາປະເທດສະມາຊິກເຂົ້າຮ່ວມ.

ພິທີ​ປິດ​ກອງ​ປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊີຕາເວັນອອກສ່ຽງໃຕ້  ຄັ້ງ​ທີ 41 ທີ່ ສສ ຫວຽດນາມ - ảnh 1ທ່ານວຽງໄຊ ດາລາແສນອັກຄະລັດຖະທູດທີ່ປຶກສາ ສະຖານທູດແຫ່ງ ສປປ ລາວປະຈຳ ສສ ຫວຽດນາມ ຮັບລາງວັນ “ກິຕິມະສັກໄອປາ” ແທນທ່ານນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ

(ພາບ: Kpl)

ພາຍຫຼັງທີ່ໄດ້ດຳເນີນກອງປະຊຸມມາເປັນເວລາ 3 ວັນ ກອງປະຊຸມປິດລົງໃນວັນທີ 10 ກັນຍາ ດ້ວຍຜົນ     ສຳເລັດອັນຈົບງາມ,  ໃນພິທີປິດໄດ້ຮັບຮອງເອົາປະເທດໂມໂຣກໂກ (Morocco)  ແລະ ປະເທດ ນອກແວ (Norway) ເປັນປະເທດສັງເກດການ ແລະ ໄດ້ມອບລາງວັນປະກອບສ່ວນດີເດັ່ນໃຫ້ແກ່ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ແລະ ທ່ານນາງ ຕ່ອງທິຟ່ອງ ຮອງປະທານສະພາແຫ່ງຊາດຫວຽດນາມ.

ໃນພິທີມອບຮັບລາງວັນ “ກິຕິມະສັກໄອປາ” ຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ຄະນະປະຈຳສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ມອບສິດໃຫ້ທ່ານວຽງໄຊ ດາລາແສນ, ອັກຄະລັດຖະທູດທີ່ປຶກສາ, ອຸປະທູດຊົ່ວຄາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຂຶ້ນຮັບລາງວັນດັ່ງກ່າວແທນ. ນອກຈາກນັ້ນ ໃນພິທີກໍຍັງໄດ້ມອບ-ຮັບປະທານໄອປາ AIPA ຄັ້ງທີ 42 ປີ 2021 ໂດຍແມ່ນປະເທດ ບຣູໄນດາລູຊາລາມ.

ຂ່າວຈາກສະຖານທູດລາວປະຈຳຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ