ພິ​ທີ​ປິດງາ​ນພົບ​ປະ​ແລກ​ປ່ຽນ​ຊາ​ວ​ໜຸ່ມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ປີ 2021

(VOVWORLD) - ໃນໄລຍະເວລາສອງວັນ ແຕ່ວັນທີ 22 – 23 ຕຸລາ, ຜູ້ແທນ 65 ທ່ານ ເຊິ່ງເປັນຊາວໜຸ່ມ, ນັກສຶກສາຜູ້ດີເດັ່ນຂອງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ພ້ອມກັນແບ່ງປັນປະສົບການຕົວຈິງ, ແລກປ່ຽນ, ປຶກສາຫາລືກ່ຽວກັບ 3 ຫົວຂໍ້: ໄວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີ; ຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ປະຈັນບານ, ອາສາສະໝັກເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19, ເພື່ອການຊ່ວຍໜູນສັງຄົມ; ຍົກສູງກຳລັງຄວາມສາມາດນຳໃຊ້ເຕັກໂນໂລຢີດີຈີຕອນໃຫ້ແກ່ຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ.
ພິ​ທີ​ປິດງາ​ນພົບ​ປະ​ແລກ​ປ່ຽນ​ຊາ​ວ​ໜຸ່ມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ປີ 2021 - ảnh 1ພິທີປິດຖືກຈັດຂຶ້ນແບບທາງໄກ

ຕອນເຊົ້າວັນທີ 24 ຕຸລາ, ພິທີປິດງານພົບປະແລກປ່ຽນຊາວໜຸ່ມມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ຖືກຈັດຂຶ້ນຕາມຮູບການທາງໄກ. ເຂົ້າຮ່ວມພິທີປິດຢູ່ສະຖານທີ່ເຊື່ອມຕໍ່ ຮ່າໂນ້ຍ ມີ ທ່ານນາງ ຈິ້ງທິມາຍເຟືອງ, ຮອງປະທານສະຫະພັນຊາວໜຸ່ມ ຫວຽດນາມ, ທ່ານ ວັນນະໄຊ ເທບທິລາດ ເລຂາເອກ, ຫົວໜ້າຫ້ອງການພັກ, ສະຖານທູດ ລາວ ປະຈຳ ຫວຽດນາມ, ທ່ານ  Mor Socheath, ເລຂາທີສອງ, ສະຖານທູດ ກໍາປູເຈຍ ປະຈຳ ຫວຽດນາມ.

ພິ​ທີ​ປິດງາ​ນພົບ​ປະ​ແລກ​ປ່ຽນ​ຊາ​ວ​ໜຸ່ມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ປີ 2021 - ảnh 2ທ່ານ ວັນນະໄຊ ເທບທິລາດ ເລຂາເອກ, ຫົວໜ້າຫ້ອງການພັກ, ສະຖານທູດ ລາວ ປະຈຳ ຫວຽດນາມ
ໃນໄລຍະເວລາສອງວັນ ແຕ່ວັນທີ 22 – 23 ຕຸລາ, ຜູ້ແທນ 65 ທ່ານ ເຊິ່ງເປັນຊາວໜຸ່ມ, ນັກສຶກສາຜູ້ດີເດັ່ນຂອງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ພ້ອມກັນແບ່ງປັນປະສົບການຕົວຈິງ, ແລກປ່ຽນ, ປຶກສາຫາລືກ່ຽວກັບ 3 ຫົວຂໍ້: ໄວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີ; ຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ປະຈັນບານ, ອາສາສະໝັກເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19, ເພື່ອການຊ່ວຍໜູນສັງຄົມ; ຍົກສູງກຳລັງຄວາມສາມາດນຳໃຊ້ເຕັກໂນໂລຢີດີຈີຕອນໃຫ້ແກ່ຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ. ຢູ່ທີ່ນີ້, ຊາວໜຸ່ມ ສາມປະເທດໄດ້ຍົກອອກຫຼາຍມາດຕະການ, ແນວຄວາມຄິດປະດິດຄິດສ້າງເພື່ອແນໃສ່ເພີ່ມທະວີການເຄື່ອນໄຫວເຊື່ອມຕໍ່, ພົບປະແລກປ່ຽນ, ຍົກສູງສະຕິຄວາມຮັບຮູ້ຂອງຊາວໜຸ່ມກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການຫັນເປັນດີຈີຕອນ ແລະ ຍູ້ແຮງການໝູນໃຊ້ເຕັກໂນໂລຢີເຂົ້າໃນການພັດທະນາກະສິກຳ. ນອກຈາກນັ້ນ, ບັນດາຜູ້ແທນຍັງໄດ້ຢ້ຽມຊົມ 3 ຮູບແບບຊາວໜຸ່ມ startup ປະດິດຄິດສ້າງຂອງ ຫວຽດນາມ ຜ່ານທາງອອນລາຍອີກດ້ວຍ.
ພິ​ທີ​ປິດງາ​ນພົບ​ປະ​ແລກ​ປ່ຽນ​ຊາ​ວ​ໜຸ່ມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ປີ 2021 - ảnh 3ທ່ານນາງ ຈິ້ງທິມາຍເຟືອງ, ຮອງປະທານ ສະຫະພັນຊາວໜຸ່ມ ຫວຽດນາມກ່າວຄຳເຫັນປິດລາຍການ
ກ່າວຄຳເຫັນປິດລາຍການ, ທ່ານນາງ ຈິ້ງທິມາຍເຟືອງ, ຮອງປະທານ ສະຫະພັນຊາວໜຸ່ມ ຫວຽດນາມ ຕີລາຄາສູງຕໍ່ຂໍ້ສະເໜີ, ແນວຄວາມຄິດທີ່ໃໝ່ອ່ຽມ, ວິທີເຮັດປະດິດຄິດສ້າງ, ມີປະສິດທິຜົນຂອງຊາວໜຸ່ມສາມປະເທດ ແລະ ຖືວ່າ ສາມາດນຳໄປຜັນຂະຫຍາຍໃນຕົວຈິງໂດຍອີງໃສ່ເງື່ອນໄຂຂອງແຕ່ລະປະເທດ. ທ່ານນາງຖືວ່າ, ຄຳຄິດເຫັນເຫຼົ່ານັ້ນເປັນການເຈາະຈີ້ມທີ່ມີຄວາມໝາຍເພື່ອໃຫ້ສູນກາງຊາວໜຸ່ມສາມປະເທດພິຈາລະນາ, ເພີ່ມເຕີມເຂົ້າໃນລາຍການຮ່ວມມືຂອງຊາວໜຸ່ມສາມປະເທດໃນໄລຍະຈະມາເຖິງ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບລະຫວ່າງສາມປະເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ