ພິທີປິດງານມະໂຫລານເວທີການສະແດງທົດລອງສາກົນ ຄັ້ງທີ 4

(VOVWORLD) -      ຕອນຄໍ່າວັນທີ 13 ຕຸລາ, ພິທີປິດງານມະໂຫລານເວທີການສະແດງທົດລອງສາກົນ ຄັ້ງທີ 4 ຖືກຈັດຂຶ້ນຢູ່ຮ່າໂນ້ຍ. ໂດຍມີລາງວັນຫຼຽນຄໍາ 24 ລາງວັນ, ລາງວັນຫຼຽນເງິນ 40 ລາງວັນ ຊຶ່ງໄດ້ມອບໃຫ້ບັນດານັກສິລະປິນຫວຽດນາມ ແລະ ສາກົນ ທີ່ພິທີປິດ.
ພິທີປິດງານມະໂຫລານເວທີການສະແດງທົດລອງສາກົນ ຄັ້ງທີ 4 - ảnh 1ມີລາງວັນຫຼຽນຄໍາ 24 ລາງວັນ, ລາງວັນຫຼຽນເງິນ 40 ລາງວັນ ຊຶ່ງໄດ້ມອບໃຫ້ບັນດານັກສິລະປິນຫວຽດນາມ ແລະ ສາກົນ ທີ່ພິທີປິດ. 

        ໃນຈໍານວນບົດລະຄອນ 14 ບົດ ຂອງຫວຽດນາມ ທີ່ເຂົ້າຮ່ວມງານມະໂຫລານຄັ້ງນີ້, ມີບົດລະຄອນ 04 ບົດ ຄວ້າໄດ້ຫຼຽນຄໍາ 04 ຫຼຽນ ແລະ ຫຼຽນເງິນ 01 ຫຼຽນ. ນັກສິລະປິນປະຊາຊົນ ເລຕ໊ຽນເທາະ, ປະທານສະມາຄົມນັກສິລະປິນບົນເວທີສະແດງ ຫວຽດນາມ ໃຫ້ຮູ້ວ່າ ບັນດາບົດປະພັນທົດລອງຢູ່ງານມະໂຫລານຄັ້ງນີ້ ໄດ້ນໍາມາເຊິ່ງຄວາມຮູ້ສຶກທີ່ແຕກຕ່າງກັນໃຫ້ແກ່ຜູ້ຊົມ.

        “ດ້ວຍບົດປະພັນ 21 ບົດ ທີ່ສະແດງພາຍໃນ 10 ວັນ, ພວກເຮົາໄດ້ຕ່າງກໍມີຄວາມຮູ້ສຶກທາງດ້ານສິລະປະໃນແຕ່ລະບົດປະພັນ. ງານມະໂຫລານຄັ້ງນີ້ ແມ່ນໂອກາດເພື່ອໃຫ້ບັນດານັກສິລະປິນພົບປະແລກປ່ຽນບົດຮຽນນໍາກັນ”.

        ງານມະໂຫລານເວທີສະແດງທົດລອງຄັ້ງທີ 5 ຈະດໍາເນີນໃນປີ 2022 ຢູ່ຮ່າໂນ້ຍ.


ຕອບກັບ

ຂ່າວ/ບົດ​ອື່ນ