ພິທີປະກາດ ແລະ ມອບລາງວັນ ຊາວເຄວ 2022

(VOVWORLD) -ມີ 174 ລາງວັນ ຊາວເຄວ ຂອງ 113 ວິສາຫະກິດໃນທົ່ວປະເທດໄດ້ຮັບການຍ້ອງຍໍເຊີດຊູທີ່ພິທີ
ພິທີປະກາດ ແລະ ມອບລາງວັນ ຊາວເຄວ 2022 - ảnh 1ພິທີມອບລາງວັນ ຊາວເຄວ 2022
(ພາບ: VGP)

ຕອນເຊົ້າວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນຊອບແວ ແລະ ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ (VINASA) ໄດ້ຈັດພິທີປະກາດ ແລະ ມອບລາງວັນ ຊາວເຄວ 2022. ມີ 174 ລາງວັນ ຊາວເຄວ ຂອງ 113 ວິສາຫະກິດໃນທົ່ວປະເທດໄດ້ຮັບການຍ້ອງຍໍເຊີດຊູທີ່ພິທີ, ໃນນັ້ນມີ 10 ການບໍລິການ, ມາດຕະການແກ້ໄຂ ໄດ້ຮັບການຍ້ອງຍໍເຊີດຊູ Top 10 ລາງວັນ ຊາວເຄວ ແລະ 19 ລາງວັນໄດ້ຈັດລະດັບ 5 ດາວ.

      ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຊົມເຊີຍບັນດາວິສາຫະກິດໄດ້ຮັບລາງວັນ ຊາວເຄວ ແລະ ຫວັງວ່າ, ບັນດາວິສາຫະກິດສືບຕໍ່ປະກອບສ່ວນຫຼາຍກວ່າອີກໃຫ້ແກ່ວິວັດທະນາການຫັນເປັນດີຈີຕອນແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ປາດຖະໜາວ່າ, ບັນດາສະມາຄົມ, ອົງການຈັດຕັ້ງທີ່ກ່ຽວຂ້ອງເຖິງເຕັກໂນໂລຊີຂໍ້ມູນຂ່າວສານ ພາຍໃຕ້ການເຊື່ອມຕໍ່ຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຈະຍູ້ໄວວິວັດທະນາການຫັນເປັນດີຈີຕອນແຫ່ງຊາດໃນທຸກຂົງເຂດ, ໃນນັ້ນ ບັນດາວິສາຫະກິດ, ຫົວໜ່ວຍໄດ້ຮັບລາງວັນ ຊາວເຄວ ຈະເປັນແກ່ນສານ, ນຳໜ້າ, ປະຈັນບານໃນການປະຕິບັດໜ້າທີ່, ເປົ້າໝາຍຫັນເປັນດີຈີຕອນ.

      ຕາມການສະຖິຕິຂອງຄະນະຈັດຕັ້ງແລ້ວ, ມີ 174 ຜະລິດຕະພັນ, ການບໍລິການ, ມາດຕະການແກ້ໄຂໄດ້ຮັບລາງວັນ ຊາວເຄວ 2022 ມີລາຍຮັບທັງໝົດ 16.000 ຕື້ດົ່ງ, ເທົ່າກັບ 696 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ