ພິທີປະກາດ ແລະ ມອບລາງວັນ ແກ໊ງຢ່ຽວ ໃຫ້ບັນດາຜົນງານ, ນັກສິລະປິນ, ຜູ້ກຳກັບການສະແດງດີເດັ່ນ

(VOVWORLD) -ຄະນະຈັດຕັ້ງໄດ້ມອບ 50 ລາງວັນໃນບັນດາປະເພດທີ່ສະຫງວນໃຫ້ຜົນງານ, ຜູ້ກຳກັບການສະແດງ, ຜູ້ແຕ່ງເລື່ອງ, ນັກສະແດງ, ນັກຖ່າຍຮູບດີເດັ່ນ.
ພິທີປະກາດ ແລະ ມອບລາງວັນ ແກ໊ງຢ່ຽວ ໃຫ້ບັນດາຜົນງານ, ນັກສິລະປິນ, ຜູ້ກຳກັບການສະແດງດີເດັ່ນ - ảnh 1ພິທີມອບລາງວັນ ແກ໊ງຢ່ຽວ
(ພາບ: VGP)

        ຕອນຄ່ຳວັນທີ 13 ກັນຍາ, ຢູ່ສູນກອງປະຊຸມແຂວງ ແຄງຮ່ວາ, ທີ່ນະຄອນ ຍາຈາງ, ສະມາຄົມຮູບເງົາ ຫວຽດນາມ ໄດ້ຈັດພິທີມອບລາງວັນ ແກ໊ງຢ່ຽວ ໃຫ້ແກ່ບັນດາຜົນງານ, ນັກສິລະປິນ, ຜູ້ກຳກັບການສະແດງດີເດັ່ນປີ 2021.

        ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານຮອງສາດສະດາຈານ, ປະລິນຍາເອກ ໂດ້ເລັ້ງຮົ່ງຕຸ, ປະທານສະມາຄົມຮູບເງົາ ຫວຽດນາມ ແບ່ງປັນວ່າ: ປີນີ້ມີ 147 ຜົນງານເຂົ້າຮ່ວມງານປະກວດໃນບັນດາປະເພດຄື: ຮູບເງົາເອກະສານ, ຮູບເງົາວິທະຍາສາດ, ກະຕູນ, ຮູບເງົາເລື່ອງສັ້ນ… ບັນດາຫົວເລື່ອງ ແລະ ເນື້ອໃນຂອງບັນດາຜົນງານທີ່ສົ່ງມາເຂົ້າຮ່ວມໃນຄັ້ງນີ້ແມ່ນອຸດົມສົມບູນ, ມີຫຼາຍຮູບຫຼາຍແບບທີ່ສຸດ.

        ຄະນະຈັດຕັ້ງໄດ້ມອບ 50 ລາງວັນໃນບັນດາປະເພດທີ່ສະຫງວນໃຫ້ຜົນງານ, ຜູ້ກຳກັບການສະແດງ, ຜູ້ແຕ່ງເລື່ອງ, ນັກສະແດງ, ນັກຖ່າຍຮູບດີເດັ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ