ພິ​ທີ​ປະ​ກາດ​ການ​ສົ່ງ​ອອກ​ເຂົ້າ​ສານ​ຫອມງວດ​ທຳ​ອິດຂອງ​ຫວຽດ​ນາມ​ໄປ​ຍັງ ເອີ​ລົບ

(VOVWORLD) -ງວດເຂົ້າສານທຳອິດໄດ້ສົ່ງອອກໄປຍັງເອີລົບ, ຂອງກຸ່ມບໍລິສັດ ລົກເຈິ່ຍ, ດ້ວຍຈຳນວນເຂົ້າສານເກືອບ 130 ໂຕນຈະສົ່ງອອກໄປຍັງຕະຫຼາດ ເອີລົບ ຢ່າງເປັນທາງການ ໃນເດືອນກັນຍານີ້. 
ພິ​ທີ​ປະ​ກາດ​ການ​ສົ່ງ​ອອກ​ເຂົ້າ​ສານ​ຫອມງວດ​ທຳ​ອິດຂອງ​ຫວຽດ​ນາມ​ໄປ​ຍັງ ເອີ​ລົບ - ảnh 1ພິທີປະກາດການສົ່ງອອກເຂົ້າສານຫອມງວດທຳອິດໄປຍັງ ເອີລົບ ຕາມສັນຍາການຄ້າເສລີ ຫວຽດນາມ - EU (EVFTA)

        ຕອນເຊົ້າວັນທີ 22 ກັນຍາ, ຢູ່ອານຢາງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງອານຢາງໄດ້ຈັດຕັ້ງພິທີປະກາດການສົ່ງອອກເຂົ້າສານຫອມງວດທຳອິດໄປຍັງ ເອີລົບ ຕາມສັນຍາການຄ້າເສລີ ຫວຽດນາມ - EU (EVFTA). ງວດເຂົ້າສານທຳອິດໄດ້ສົ່ງອອກໄປຍັງເອີລົບ, ຂອງກຸ່ມບໍລິສັດ ລົກເຈິ່ຍ, ດ້ວຍຈຳນວນເຂົ້າສານເກືອບ 130 ໂຕນຈະສົ່ງອອກໄປຍັງຕະຫຼາດ ເອີລົບ ຢ່າງເປັນທາງການ ໃນເດືອນກັນຍານີ້. ທ່ານ ຮີ່ງວັນທ່ອນ, ປະທານສະພາບໍລິຫານ, ກຸ່ມບໍລິສັດລົກເຈິ່ຍໃຫ້ຮູ້ວ່່າ:

        ເລື່ອງສົ່ງອອກເຂົ້າສານຫອມງວດທຳອິດໄປຍັງເອີລົບເປັນການສະແດງໃຫ້ເຫັນວ່າ ຊາວກະສິກອນ ແລະ ບັນດາວິສາຫະກິດ ຫວຽດນາມ ມີຄວາມສາມາດໃນການຜະລິດເຊິ່ງບັນລຸໄດ້ມາດຕະຖານຂອງເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ