ພິທິປະກາດບຸນຊົນ ຄວາຍແມ່ນມໍລະດົກ ວັດທະນະທຳບໍ່ມີ ຮູບຮ່າງລະດັບຊາດ

ພິທິປະກາດບຸນຊົນ ຄວາຍແມ່ນມໍລະດົກ ວັດທະນະທຳບໍ່ມີ ຮູບຮ່າງລະດັບຊາດ - ảnh 1

ບຸນ​ຊົນ​ຄວາຍ​ປະ​ເພນີ​ຂອງ​ໂດ່​ເຊີນ

(ພາບ: doson.vn)

(vovworld)-​​​​ ຕອນ​ຄ່ຳ​ວັນ​ທີ 12/9, ຄະນະ​ກຳມະການ ປຊຊ ນະຄອນ​ຫາຍ​ຟ່ອງ ​ໄດ້​ຈັດພິທິປະກາດ​ບຸນ​ຊົນ​ຄວາຍ​ແມ່ນ​ມໍລະດົກ​ວັດທະນະທຳບໍ່​ມີ​ຮູບ​ຮ່າງ​ລະດັບຊາດ. ນີ້​ແມ່ນ​ບັນດາ​ການ​ເຄື່ອນ​​ໄຫວ​ນອນ​ໃນ​ຂອບ​ເຂດ​ບັນດາ​ເຫດການ​ຂ່ຳນັບ​ຊົມ​ເຊີຍ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ທົ່ງພຽງ​ແມ່ນ​້ຳ​ແດງ-​ຫາຍ​ຟ່ອງປີ 2013. ກ່າວ​ຄຳ​ເຫັນ​ທີ່​ພິທີ​ປະກາດ, ທ່ານ​ເລ​ຄັກ​ນາມ, ຮອງປະທານຄະນະ​ກຳມະການ ປຊຊ ນະຄອນ​ຫາຍ​ຟ່ອງ ຢືນຢັນ​ວ່າ: ​ບຸນ​ຊົນ​ຄວາຍ ​ໄດ້​​ມີ​ມາກ່ອນ​ນີ້​ເກືອບ 1000 ປີ​ແລ້ວ, ​ໃນ​ສະ​ໄໝ​ເຈົ້າຊີວິດ​ຫລີ​ແທງ​ຕົງ. ​ໂດຍ​ໄດ້​ຜ່ານ​​ບັນດາ​ໄລຍະ​ແຫ​່ງປະຫວັດສາດ, ປີ 1990, ​ບຸນ​ຊົນ​ຄວາຍ​ປະ​ເພນີ​ຂອງ​ໂດ່​ເຊີນ ​ໄດ້​ຮັບ​ການ​ຟື້ນ​ຟູ. ມາ​ຮອດ​ປະຈຸ​ບັນ, ພາຍຫຼັງ​ໄດ້​ຮັບ​ການຈັດຕັ້ງຂຶ້ນຢ່າງ​ຕໍ່​ເນື່ອງ​ມາ​ເປັນ​ເວລາ 24 ປີ, ​ບຸນ​ຊົນ​ຄວາຍຍັງ​ໄດ້​ຮັບ​ການ​ບູລະນະ, ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ, ສ້າງ​​ໃຫ້ສົມ​ບູນ​ແບບ, ຍົກ​ລະດັບ​ຂອບ​ຂະໜາດ​ແຕ່​ຍັງ​ຄົງ​ຮັກສາ​ບັນດາ​ປັດ​ໄຈ​ມູນ​ເຊື້ອ, ຄຸນຄ່າ​ວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ​ໄວ້​ເໝືອນ​ເດີມ. ​ເລື່ອງ​ບຸນ​ຊົນ​ຄວາຍ​ໄດ້​ຮັບ​ການ​ຮັບ​ຮອງແມ່ນ​ມໍລະດົກ​ບໍ່​ມີ​ຮູບ​ຮ່າງ​ລະດັບຊາດ​ໄດ້​ປະກອບສ່ວນ​ສຳຄັນ​​ເຂົ້າໃນ​ການ​ສ້າ​ງ, ບູລະນະ ​ແລະ ພັດທະນາ​ພື້ນຖານ​ວັດ​ທະນະ​ທຳ​ຫວຽດນາມ ທີ່ກ້າວໜ້າ, ​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ຂອງ​ຊາດ.

ຂ່າວ/ບົດ​ອື່ນ