ພິທີປະກາດລາຍການ FM ກ່ຽວກັບພາສາຊົນເຜົ່າແຫ່ງຊາດ


ພິທີປະກາດລາຍການ FM ກ່ຽວກັບພາສາຊົນເຜົ່າແຫ່ງຊາດ - ảnh 1
ພິ​ທີ​ປະ​ກາດ​ລາຍ​ການ FM ກ່ຽວ​ກັບ​ພາ​ສາ​ຊົນ​ເຜົ່າແຫ່ງ​ຊາດ.

(vovworld)- ວັນ​ທີ 24/2, ຢູ່​ເມືອງກວານ​ບະ, ແຂວງ​ຮ່າ​ຢາງ, ວິ​ທະ​ຍຸ​ກະ​ສຽງ​ຫວຽດ​ນາມ​ສົມ​ທົບ​ກັບ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຂວງ​ຮ່າ​ຢາງຈັດ​ພິ​ທີ​ປະ​ກາດ​ລາຍ​ການ FM ກ່ຽວ​ກັບ​ພາ​ສາ​ຊົນ​ເຜົ່າແຫ່ງ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເລ​ຂາ​ຄະ​ນະ​ພັກ​ແຂວງ​ຮ່າ​ຢາງ ຈ້ຽວ​ຕາຍ​ວິງ ຢືນ​ຢັນ​ວ່າ ເລື່ອງ VOV ເປີດ​ນຳ​ໃຊ້​ສະ​ຖາ​ນີ​ເຄື່ອງ​ສົ່ງ FM ກ່ຽວ​ກັບ​ພາ​ສາ​ຊົນ​ເຜົ່າດັ່ງ​ກ່າວ ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ນະ​ໂຍ​ບາຍ​ກົດ​ໝາຍ​ຂອງ​ລັດ, ຂອງ​ແຂວງ​ຮ່າ​ຢາງ​ໄປ​ຍັງ​ພໍ່​ແມ່​ບັນ​ດາ​ເຜົ່າ.

    ແລະ ກໍ​ຕ​າມ​ທ່ານຜູ້​ອຳ​ນວຍ​ການ​ໃຫຍ່ VOV ຫງວຽ​ນ​ເທກີ້​ແລ້ວ, ພັກ ແລະ​ລັດ​ຍາມ​ໃດ​ກໍ​ກຳ​ນົດ​ວຽກ​ງານ​ຊົນ​ເຜົ່າ​ແມ່ນ​ບັນ​ຫາ​ຍຸດ​ທະ​ສາດ, ພື້ນ​ຖານ, ຍາວ​ນານ. VOV ໄດ້​ສະ​ຫງວນທີ່​ຕັ້ງ​ພິ​ເສດ​ເພື່ອ​ລົງ​ທຶນ​ໃຫ້​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ​ພາ​ສາ​ຊົນ​ເຜົ່າ.
ຂ່າວ/ບົດ​ອື່ນ