ພິ​ທີ​ປະ​ກາດ​ວັນ​ທັກ​ສະ​ແຮງ​ງານ ຫວຽດ​ນາມ

(VOVWORLD) -ຕອນເຊົ້າວັນທີ 04 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ  ໄດ້ຈັດຕັ້ງ ພິທີປະກາດວັນທັກສະແຮງງານ ຫວຽດນາມ ແລະ ພິທີໄຂການປະກວດທັກສະວິຊາຊີບລະດັບຊາດຄັ້ງທີ 11 ປີ 2020 ໂດຍທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເຂົ້າຮ່ວມ.
ພິ​ທີ​ປະ​ກາດ​ວັນ​ທັກ​ສະ​ແຮງ​ງານ ຫວຽດ​ນາມ - ảnh 1ພິທີປະກາດວັນທັກສະແຮງງານ ຫວຽດນາມ (ພາບ: VOV) 

          ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ພ້ອມກັບການນຳບັນດາກະຊວງ, ຂະແໜງການໄດ້ປະຕິບັດພິທີຄ່ຳນັບຊົມເຊີຍວັນທັກສະແຮງງານ ຫວຽດນາມ.

          ກໍນອນໃນຂອບເຂດຂອງລາຍການ ໄດ້ດຳເນີນພິທີໄຂການປະກວດທັກສະວິຊາຊີບລະດັບຊາດປີ 2020 ດຳເນີນແຕ່ວັນທີ 28 ກັນຍາ ຫາວັນທີ 10 ຕຸລາ, ການປະກວດໄດ້ມີການເຂົ້າຮ່ວມຂອງຜູ້ເຂົ້າຮ່ວມ 491 ຄົນ ມາຈາກ 49 ຄະນະ ເຂົ້າຮ່ວມລາຍການແຂ່ງຂັນ 34 ວິຊາຊີບ. ນີ້ແມ່ນຈຳນວນວິຊາຊີບຫຼາຍກວ່າໝູ່ນັບແຕ່ກ່ອນມາຮອດ ປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ