​ພິ​ທີປະ​ກາດ​ວິ​ສາ​ຫ​ະ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ ປີ 2020

(VOVWORLD) -ທ່ານ ຫວູຕ໊ຽນລົກ, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ ໃນສະພາບການທີ່ຫວຽດນາມເປີດປະຕູເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງຄືໃນປັດຈຸບັນ ການພັດທະນາແບບຍືນຍົງແມ່ນໜັງສືເດີນທາງ ເຂົ້າຕະຫຼາດໂລກຂອງ ວິສາຫະກິດ ແລະ ເປັນບັດປະຈຳຕົວຂອງພົນລະເມືອງທີ່ມີຄວາມຮັບຜິດຊອບໃນພື້ນຖານເສດຖະກິດທົ່ວໂລກ.
​ພິ​ທີປະ​ກາດ​ວິ​ສາ​ຫ​ະ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ ປີ 2020 - ảnh 1 ທ່ານນາງດັ້ງທິງອກທິ້ງຮອງປະທານປະເທດ ຫວຽດນາມມອບຊໍ່ດອກໄມ້ໃຫ້ແກ່ບັນດາວິສາຫະກິດ

ຕອນຄ່ຳວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ແລະ ສະພາວິສາຫະກິດ ເພື່ອການພັດທະນາແບບຍືນຍົງ ຫວຽດນາມ ໄດ້ຈັດຕັ້ງພິທີປະກາດວິສາຫະກິດພັດທະນາແບບຍືນຍົງ 100 ແຫ່ງຢູ່ ຫວຽດນາມ ປີ 2020 (CSI 2020) ໂດຍມີການເຂົ້າຮ່ວມຂອງວິສາຫະກິດ ກ່ວາ 500 ແຫ່ງທີ່ມາຈາກຂົງເຂດທີ່ແຕກຕ່າງກັນ. ຄະນະຈັດຕັ້ງໄດ້ຄັດເລືອກເອົາວິສາຫະກິດດີເດັ່ນ, ໂດຍນຳໜ້າໃນການປະຕິບັດພັດທະນາແບບຍືນຍົງ 100 ແຫ່ງ. ປີນີ້, ຊຸດດັດຊະນີ ວິສາຫະກິດພັດທະນາແບບຍືນຍົງ (CSI) ສືບຕໍ່ໄດ້ນຳໃຊ້ເປັນຖ້ານຕີລາຄາລະດັບການພັດທະນາແບບຍືນຍົງຂອງບັນດາວິສາຫະກິດ. ດ້ວຍ 127 ດັດຊະນີ ຢູ່ 4 ຂົງເຂດຄື: ດັດຊະນີ ໝາກຜົນຂອງການພັດທະນາແບບຍືນຍົງ, ດັດຊະນີ ການການບໍລິຫານຄຸ້ມຄອງ, ດັດຊະນີສິ່ງແວດລ້ອມ ແລະ ດັດຊະນີ ແຮງງານ.

ກ່າວຄຳເຫັນທີ່ພິທີປະກາດ, ທ່ານ ຫວູຕ໊ຽນລົກ, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ ໃນສະພາບການທີ່ຫວຽດນາມເປີດປະຕູເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງຄືໃນປັດຈຸບັນ ການພັດທະນາແບບຍືນຍົງແມ່ນໜັງສືເດີນທາງ ເຂົ້າຕະຫຼາດໂລກຂອງ ວິສາຫະກິດ ແລະ ເປັນບັດປະຈຳຕົວຂອງພົນລະເມືອງທີ່ມີຄວາມຮັບຜິດຊອບໃນພື້ນຖານເສດຖະກິດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ