ພິທີປະກາດສິນຄ້າຫວຽດນາມທີ່ມີຄຸນນະພາບສູງປີ 2017

ພິທີປະກາດສິນຄ້າຫວຽດນາມທີ່ມີຄຸນນະພາບສູງປີ 2017 - ảnh 1
(ພິ​ທີ​ປ​ະ​ກາດ​​​ສິນ​ຄ້າ​ຫວຽດ​ນາມ​ ມີ​ຄຸນ​ນະ​ພາບ​ສູງ​ປີ 2017)

(vovworld) - ພິ​ທີ​ປ​ະ​ກາດ​​​ສິນ​ຄ້າ​ຫວຽດ​ນາມ​ ມີ​ຄຸນ​ນະ​ພາບ​ສູງ​ປີ 2017 ຖືກ​ດຳ​ເນ​ີນ​ໃນ​ຕອນ​ຄ່ຳ​ວັນ​ທີ 02/03, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ. ປີນີ້​ມີ 592 ວິ​ສາ​ຫະ​ກິດ​​ໄດ້​ຮັບ​​ນາມ​ມະ​ຍົດ​ສິນ​ຄ້າ​​ຫວຽດ​ນາມ ທີ່​ມີ​ຄຸນ​ນະ​ພາບ​ສູງ ໂດຍ​​ຜູ້​ອຸ​ປະ​ໂພກ​ບໍ​ລິ​ໂພກ​ຄັດ​ເລືອກຢ່າງ​ເປັນ​ທາງ​ການ. ພິ​ທີ​ປະ​ກາດ​ປີນີ້ກໍ່​ແມ່ນ​ໂອ​ກາດ​ເພື່ອ​ຍ້ອງ​ຍໍ​ບັນ​ດາ​ວິ​ສາ​ຫະ​ກິດ​​ທີ່​ໄດ້​ເຄື່ອນ​ໄຫວ​​ຕິດ​ພັ​ນ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຕ່ໍ​ສັງ​ຄົມ, ປະ​ກອບ​ສ່ວນ​ຍົກ​ສູງ​ກຳ​ລັງ​ແກ​່ງ​ແຍ້ງ​ຂອງ​ສິນ​ຄ້າ​ຫວຽດ​ນາມ.

        ທີ່​ພິ​ທີ​ປະ​ກາດ, ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ສິນ​ຄ້າ​ຫວຽດ​ນາມ ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃຫ້​ຮູ້​ວ່າ ຈະ​ເລີ່ມ​ສ້າງ “ຊຸດ​ມາດ​ຖານ​ສິນ​ຄ້າ​ຫວຽດ​ນາມ ​ຄຸນ​ນະ​ພາບ​ສູງ​ຕາມ​ມາດ​ຕະ​ຖານ​ຂອງ​ການ​ເຊື່ອມ​ໂຍງ”. ຊຸດ​ມາດ​​ຖານນີ້​​້​ເລີ່ມ​ຕົ້ນ​​ດ້ວຍ​ຂະ​ແໜງ​ສະ​ບຽງ​ອາ​ຫານ ແລະ ​ຖື​​ເປັນ​ສຳ​ຄັນວຽກ​ງານ​ສ​ື່​ສານ​ໂຄ​ສະ​ນາ, ພິ​ເສດ​ແມ່ນ​​ສື່​ສານ​​ກັ​ບ​ສາ​ກົນ. ທ່ານ ຟ້າມ​ທ໋າຍ​ບິ່ງ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສ​ູງ ຈູງ​ອານ, ວິ​ສາ​ຫະ​ກິດ​ບັນ​ລຸ​ນາມ​ມະ​ຍົດ​​ສິນ​ຄ້າ​ຫວຽດ​ນ​າມ ທີ່​ມີ​ຄຸນ​ນະ​ພາບ​ສູງ ປີ 2017 ໃຫ້​ຮູ້​ວ່າ.

        “ສິນ​ຄ້າ​ຫວຽດ​ນາມ ທີ່​ມີ​ຄຸນ​ນະ​ພາບ​ສູງ​ໂດຍ​ຜູ້​ອຸ​ປະ​ໂພກບໍ​ລິ​ໂພກ​ຄັດ​ເລືອກ. ແຕ່​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ສິນ​ຄ້າ​ຫວຽດ​ນາມ ທີ່​ມີ​ຄຸນ​ນະ​ພາບ​ສູງ​ຍົກ​ອອກ​ມາ​ຊຸດ​ມາ​ດ​ຖານ​ໃໝ່​ຄື​ແນວນີ້ ຄຸນ​ນະ​ພາ​ບ​ຈະ​ຖືກ​ນຳ​ເຂົ້າ​ກົດ​ໝາຍ, ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ມີ​ພື້ນ​ຖານ​ພ້ອມ​ກັບ​ການ​ຄັດ​ເລືອກ​ຂອງຜູ້​ອຸ​ປະ​ໂພກບໍ​ລິ​ໂພກ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ຈຸດ​ໃໝ່: ຢືນ​ຢັນ​ວຽກ​ງານ​ຂອງ​ສະ​ມາ​ຄົມ​ແມ່ນ​ມີ​ຄວາມ​ໝາຍ ແລະ ເໝາະ​ສົມ​ກັບ​ທ່​າ​ອ່ຽງ”.

ຂ່າວ/ບົດ​ອື່ນ