ພິ​ທີປະ​ດັບຫຼຽນ​ໄຊ​ຂອງ​ ປະ​ເທດຫວຽດ​ນາມ, ປະ​ເທດລາວ ແລະ ລາ​ຊ​ະ​ອາ​ນາ​ຈັກກຳ​ປູ​ເຈຍ ​ໃຫ້​ແກ່ ບັນ​ດາ​ໝູ່​ຄະ​ນະແລະ ​ບຸກຄົນ

(VOVWORLD) -  ໂດຍໄດ້ຮັບການມອບສິດຂອງປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ເຈົ້າຊີວິດກຳປູເຈຍ, ຕອນເຊົ້າວັນທີ 20 ທັນວາ, ທີ່ ນະຄອນຫຼວງຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນປະເທດລາວ, ກະຊວງປ້ອງກັນປະເທດກຳປູເຈຍຈັດຕັ້ງພິທີມອບ-ຮັບຫຼຽນໄຊຂອງປະເທດຫວຽດນາມ, ປະເທດລາວແລະລາຊະອານາຈັກກຳປູເຈຍ.
ພິ​ທີປະ​ດັບຫຼຽນ​ໄຊ​ຂອງ​ ປະ​ເທດຫວຽດ​ນາມ, ປະ​ເທດລາວ ແລະ ລາ​ຊ​ະ​ອາ​ນາ​ຈັກກຳ​ປູ​ເຈຍ ​ໃຫ້​ແກ່ ບັນ​ດາ​ໝູ່​ຄະ​ນະແລະ ​ບຸກຄົນ - ảnh 1ທ່ານພົນເອກໂງຊວັນລິກ ປະດັບຫຼຽນໄຊເອກະລາດຊັ້ນໜຶ່ງໃຫ້ທ່ານພົນເອກເຕ່ຍແບັງ (ພາບ: TTXVN)

        ທ່ານພົນເອກເຕ່ຍແບັງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາຊະອານາຈັກກຳປູເຈຍ, ທ່ານພົນເອກຈັນສະໝອນຈັນຍາລາດລັດຖະມົນຕີກະຊວງປ້ອງກັນປະເທດລາວແລະທ່ານພົນເອກໂງຊວັນລິກລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ເປັນປະທານຮ່ວມໃນພິທີດັ່ງກ່າວ.

        ທີ່ພິທີ, ທ່ານພົນເອກໂງຊວັນລິກໄດ້ປະດັບຫຼຽນໄຊເອກະລາດຊັ້ນໜຶ່ງໃຫ້ທ່ານພົນເອກເຕ່ຍແບັງ, ຍ້ອນມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືດ້ານປ້ອງກັນຊາດ, ປະກອບສ່ວນໃນການເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ກຳປູເຈຍ.

        ທ່ານພົນເອກຈັນສະໝອນຈັນຍາລາດ, ກໍ່ໄດ້ຮັບການມອບສິດຈາກປະທານປະເທດແຫ່ງ ສປປ ລາວປະດັບຫຼຽນໄຊອິດສະຫຼະຊັ້ນໜຶ່ງໃຫ້ ທ່ານພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ;

        ດ້ວຍບັນດາການປະກອບສ່ວນເຂົ້າໃນວຽກງານປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງປະຊາຊົນແລະກອງທັບສອງປະເທດຫວຽດນາມ-ກຳປູເຈຍ, ໃນໂອກາດນີ້, ທ່ານພົນເອກໂງຊວັນລິກ ແລະ ທ່ານພົນເອກເລືອງເກື່ອງກໍ່ໄດ້ຮັບຫຼຽນໄຊມິດຕະພາບ ຊັ້ນໜຶ່ງຂອງ ຈັກກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ