ພິ​ທີມອບ - ຮັບ ສຳ​ນັກ​ງານ​ກອງບັນ​ຊາ​ການກອງ​ພົນ​ທະ​ຫານ​ບົກ 1, ​ຊຶ່ງ​ແມ່ນ​ຂອງ​ຂວັນ​ຂອງກອງ​ທັບ ຫວຽດ​ນາມ ​ມອບໃຫ້ ກອງ​ທັບ​ລາວ

(VOVWORLD) -  ວັນທີ 16 ມັງກອນ, ຢູ່ເມືອງ ວັງວຽງ, ແຂວງ ວຽງຈັນ, ປະເທດ ລາວ ໄດ້ດຳເນີນພິທີມອບ - ຮັບກິດຈະກຳ ສຳນັກງານກອງບັນຊາການກອງພົນທະຫານບົກເລກ 1 ກອງທັບປະຊາຊົນລາວ. ນີ້ແມ່ນຂອງຂວັນຂອງກະຊວງປ້ອງກັນປະເທດ ຫວຽດນາມ ທີ່ມອບໃຫ້ກະຊວງປ້ອງກັນປະເທດລາວ.
ພິ​ທີມອບ - ຮັບ ສຳ​ນັກ​ງານ​ກອງບັນ​ຊາ​ການກອງ​ພົນ​ທະ​ຫານ​ບົກ 1, ​ຊຶ່ງ​ແມ່ນ​ຂອງ​ຂວັນ​ຂອງກອງ​ທັບ ຫວຽດ​ນາມ ​ມອບໃຫ້ ກອງ​ທັບ​ລາວ - ảnh 1ທ່ານ ພົນໂທ ຄຳລຽງ ອຸທະໄກສອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ກິດຈະກຳດັ່ງກ່າວ ມີມູນຄ່າການລົງທຶນທັງໝົດກວ່າ 2 ລ້ານ USD. ກິດຈະກຳດັ່ງກ່າວ ເປັນອາຄານ 2 ຊັ້ນ, ແຕ່ລະຊັ້ນມີເນື້ອທີ 1.800 ຕາແມັດ, ເຊິ່ງໄດ້ປະກອບເຄື່ອງພາຫະນະທີ່ທັນສະໄໝ ແລະ ຄົບຖ້ວນ. ໃນບົດກ່າວຄຳເຫັນທີ່ພິທີດັ່ງກ່າວ, ທ່ານ ພົນໂທ ຄຳລຽງ ອຸທະໄກສອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຢັ້ງຢືນວ່າ ຂອງຂວັນຂອງກະຊວງປ້ອງກັນປະເທດ ຫວຽດນາມ ທີ່ມອບໃຫ້ ກະຊວງປ້ອງກັນປະເທດລາວ ສືບຕໍ່ເປັນຫຼັກຖານພິສູດໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງສອງປະເທດ ລາວ - ຫວຽດນາມ ເວົ້າລວມ ແລະ ລະຫວ່າງກອງທັບສອງປະເທດ ເວົ້າສະເພາະ.

ກອງພົນທະຫານບົກເລກ 1 ແມ່ນກອງພົນຫຼັກແຫຼ່ງຂອງກອງທັບປະຊາຊົນ ລາວ, ມີໜ້າທີ່ປົກປັກຮັກສານະຄອນຫຼວງວຽງຈັນແບບເຄື່ອນທີ່, ປົກປັກຮັກສາສຳນັກງານອົງການສຳຄັນແຖວໜ້າຂອງພັກ, ລັດ ລາວ ແລະ ແມ່ນສູນບຳລຸງສ້າງການນຳ, ພະນັກງານຜູ້ບັນຊາການທີ່ດີເດັ່ນຫຼາຍທ່ານຂອງກອງທັບປະຊາຊົນລາວ.

ນັກຂ່າວ VOV ປະຈຳ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ