ພິ​ທີ​ມອບ - ຮັບ​ໜ້າ​ທີ່​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ

(VOVWORLD) -ຕອນບ່າຍວັນທີ 8 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີມອບ - ຮັບໜ້າທີ່ວຽກງານຂອງນາຍົກລັດຖະມົນຕີ ແລະ ປະກາດຂໍ້ຕົກລົງຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງຮອງນາຍົກລັດຖະມົນຕີ; ລັດຖະມົນຕີ ແລະ ສະມາຊິກອື່ນໆຂອງລັດຖະບານ ອາຍຸການ 2016 – 2021 ຈຳນວນໜຶ່ງ.
ພິ​ທີ​ມອບ - ຮັບ​ໜ້າ​ທີ່​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ (ເບື້ອງຂວາ) ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ (ພາບ: TTXVN)

ທີ່ພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ດີໃຈນຳຮອງນາຍົກລັດຖະມົນຕີ ສອງທ່ານ ຄືທ່ານ ເລມິງຄ໊າຍ ແລະ ທ່ານ ເລວັນແທັ່ງ; ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ສະແດງຄວາມດີໃຈນຳ ລັດຖະມົນຕີ, ຫົວໜ້າຂະແໜງ, ສະມາຊິກລັດຖະບານ 12 ທ່ານ ທີ່ຫາກໍໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV.

        ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ ລັດຖະບານຊຸດໃໝ່ ຈະສ້າງລະບອບກົດໝາຍໃຫ້ສົມບູນ ແລະ ດີກວ່າອີກ, ຍົກສູງລະບຽບວິໄນ, ຜົນບັງຄັບໃຊ້ ແລະ ປະສິດທິຜົນຂອງກົງຈັກບໍລິຫານແຫ່ງລັດ - ເຊິ່ງເປັນໜຶ່ງໃນບັນດາບາດກ້າວບຸກທະລຸຂອງລັດຖະບານຊຸດນີ້; ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ສະດວກວ່າໃຫ້ແກ່ປະຊາຊົນ, ວິສາຫະກິດ ແລະ ສົ່ງເສີມບັນດາການເຄື່ອນໄຫວ Startup ຢ່າງແຮງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ