ພິທີມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ ໃຫ້ແກ່ 2 ກົມກອງທະຫານ

ພິທີມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ ໃຫ້ແກ່ 2 ກົມກອງທະຫານ - ảnh 1

(ພາບ:truongtansang.net)

( vovworld ) –  ຕອນ​ເຊົ້າວັນ​ທີ 20/4, ທ່ານປະທານ​ປະ​ເທດ Truong Tan Sang ​ໄດ້​ເຂົ້າຮ່ວມ ແລະ ມອບນາມມະຍົດວິລະຊົນກຳລັງປະກອບອາວຸດ ປະຊາຊົນ ໃຫ້ແກ່ຄະນະຜູ້ແທນການທະຫານລັດຖະບານສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະ ຄະນະຜູ້ແທນການທະຫານລັດຖະບານ ປະຕິວັດຊົ່ວຄາວ ສາທາລະນະລັດພາກໃຕ້ຫວຽດນາມ. ນີ້​ແມ່ນ​ບັນດາ​ກົມ​ກອງ​ພິ​ເສດ​ ປະຕິບັດ​ໜ້າ​ທີ່​ຕໍ່ສູ້​ປະຕິບັດ​ສັນຍາ Pari ປະກອບສ່ວນ​ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນສ້າງ​ເປັນ​ມະຫາ​ໄຊ​ລະດູບານ​ໃໝ່​ປີ 1975, ປົດ​ປ່ອຍ​ພາກ​ໃຕ້ ຫວຽດນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະພາບ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້,​ ທ່ານປະທານ​ປະ​ເທດ Truong Tan Sang ​ໄດ້​ຊົມ​ເຊີຍ ​ແລະ ຍ້ອງຍໍ​ສັນລະ​ເສີນ​ບັນດາ​ຜົນງານ​ທີ່​ດີ​ເດັ່ນ ສະ​ແດງ​ໃຫ້ຫັນ​ຄຸນ​ນະ​ທາດ ​ແລະ​ພູມ​ປັນຍາ​ ຫວຽດນາມ ຂອງ​ສອງ​ກົມ​ກອງ​ດັ່ງກ່າວ:
  “​ເຖິງ​ວ່າ​ໄລຍະ​ການ​ເຄື່ອນ​ໄຫວ​ຂອງ​ 2 ຄະນະ​ຜູ້​ແທນ​ການ​ທະຫານ​ແມ່ນ​ບໍ່​ຍາວ​ນານ​ກໍ່ຕາມ ​ແຕ່​ການ​ສ້າງຕັ້ງ 2 ຄະນະຜູ້ແທນການທະຫານລັດຖະບານສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະ ຄະນະຜູ້ແທນການທະຫານລັດຖະບານປະຕິວັດຊົ່ວຄາວ ສາທາລະນະລັດ ພາກໃຕ້ຫວຽດນາມ ​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ​ແມ່ນ​ລັດຖະນະ​ໂຍບາຍ​ທີ່​ສະຫຼາດ​ສ່ອງ​ໃສ​ຂອງ​ການ​ປະຕິວັດຫວຽດນາມ, ​ເປັນ​ຂີດ​ໝາຍ​ແຫ່ງ​ໄຊຊະນະ ທີ່​ມີ​ຄວາມ​ໝາຍ​ດ້ານ​ປະຫວັດສາດ ​ໃນ​ການ​ຕໍ່ຕ້ານ​ຕ້ານ​ຈັກກະພັດອາ​ເມ​ລິ​ກາ ກູ້​ຊາດ​ຂອງ​ປະຊາຊົນ​ຫວຽດນາມ ​ໃນ​ແນວ​ໂຮມ​ການ​ທູດ​ດ້ານ​ການທະຫານ. ພ້ອມ​ກັນນັ້ນ, ນີ້​ກໍ​ແມ່ນ​ບົດຮຽນ​ອັນ​ລ້ຳຄ່າ​ທີ່​ສຸດ ​ໃນ​ສິລະ​ປະ​ແຫ່ງ​ການ​ຊີ້​ນຳ​ສົງຄາມ ​ແລະ ສິລະ​ປະ​ຍຸດແຫ່ງ​ການ​ຕໍ່ສູ້​ດ້ານການ​ທູດ​ການທະຫານຂອງ​ພັກ​ກອມ​ມູນິດ​ຫວຽດນາມ: ນັ້ນ​ແມ່ນ​ທັງ​ສູ້ຮົບ ທັງ​ເຈລະຈາ, ສະຫຼາດ​ສະຫຼຽວ; ພິລະອາດ​ຫານ, ຄ່ອງ​ແຄ້ວ, ອ່ອນ​ໄຫວ, ມີ​ໄຫວ​ພິກ, ຕັ້ງໜ້າ, ​ເປັນ​ເຈົ້າການ​ບຸກ​ໂຈມ​ຕີ ​ແລະ ສົມທົບ​ບັນດາ​ຮູບ​ແບບ​ຕໍ່ສູ້​ດ້ານ​ການ​ເມືອງ, ການ​ທະຫານ ​ແລະ ການ​ທູດນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ“

ຂ່າວ/ບົດ​ອື່ນ