ພິທີມອບ​ລາງວັນ ການ​ເສັງຊອກ​ຮູ້​ກ່ຽວກັບ​ການ​ຢ້ຽມຢາມ​ ອິນ​ໂດ​ເນ​ເຊຍ ຄັ້ງ​ປະຫວັດສາດ​ຂອງທ່ານ​ປະທານ​ໂຮ່ຈີ​ມິນ ​ແລະ ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານ​ປະທານາທິບໍດີ Sukarno

(VOVWORLD) - ພິທີມອບລາງວັນ ການເສັງຂຽນ ຊອກຮູ້ກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງທ່ານປະທານໂຮ່ຈີມິນ ແລະ ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ Sukarno ໂດຍວິທະຍຸກະຈາຍສຽງຫວຽດນາມ ສົມທົບກັບ ສະຖານທູດ ອິນໂດເນເຊຍ ປະຈໍາ ຫວຽດນາມ ຈັດຕັ້ງໃນຕອນຄໍ່າວັນທີ 23 ທັນວາ ຢູ່ຮ່າໂນ້ຍ. 
ພິທີມອບ​ລາງວັນ ການ​ເສັງຊອກ​ຮູ້​ກ່ຽວກັບ​ການ​ຢ້ຽມຢາມ​ ອິນ​ໂດ​ເນ​ເຊຍ ຄັ້ງ​ປະຫວັດສາດ​ຂອງທ່ານ​ປະທານ​ໂຮ່ຈີ​ມິນ ​ແລະ ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານ​ປະທານາທິບໍດີ Sukarno - ảnh 1ພິທີມອບລາງວັນ ການເສັງຊອກຮູ້ກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງທ່ານປະທານໂຮ່ຈີມິນ ແລະ ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ Sukarno 

       ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນເຖ໊ກີ໋, ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ຊີ້ແຈ້ງວ່າ: ການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງທ່ານປະທານໂຮ່ຈີມິນ ແລະ ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ Sukarno ເມື່ອປີ 1959 ໄດ້ສ້າງພື້ນຖານໃຫ້ແກ່ການພົວພັນລະຫວ່າງສອງປະເທດ ແລະ ການນໍາ ແລະ ປະຊາຊົນສອງປະເທດໄດ້ສືບຕໍ່ ເພີ່ມພູນຄູນສ້າງຈົນເຖິງປັດຈຸບັນ. ການຈັດການເສັງດັ່ງກ່າວ ແມ່ນເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໃນປີ 2020. ທ່ານກ່າວວ່າ:

        “ພາຍຫຼັງປຸກລະດົມການເສັງດັ່ງກ່າວມາເປັນເວລາ 2 ເດືອນ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບການສະໜັບສະໜູນຂອງຜູ້ເຂົ້າຮ່ວມການເສັງໃນທົ່ວປະເທດເປັນຈໍານວນຫຼວງຫຼາຍ. ມີບົດເສັງຫຼາຍບົດ ໄດ້ເຮັດມາຢ່າງພິຖິພິຖັນ. ຜ່ານບົດເສັງຕ່າງໆ ກໍສະແດງໃຫ້ເຫັນຄວາມຮັກແພງຂອງຜູ້ຂຽນ ທີ່ມີີຕໍ່ປະເທດ ອິນໂດເນເຊຍ, ເຊີດຊູໄມຕີຈິດມິດຕະພາບລະຫວ່າງສອງປະເທດ, ພິເສດແມ່ນ ເຊີດຊູນໍ້າໃຈເພື່ອນມິດສະຫາຍແບບພິເສດລະຫວ່າງ ປະທານໂຮ່ຈີມິນ ແລະ ປະທານາທິບໍດີ ອິນໂດເນເຊຍ Sukarno”.

        ຄະນະຈັດຕັ້ງ ໄດ້ມອບລາງວັນພິເສດ 1 ລາງວັນ; ລາງວັນທີໜຶ່ງ 1 ລາງວັນ; ລາງວັນທີສອງ  1 ລາງວັນ ແລະ ລາງວັນທີສາມ 3 ລາງວັນ ໃຫ້ແກ່ຜູ້ທີ່ມີບົດຂຽນດີເດັ່ນ. 

ຕອບກັບ

ຂ່າວ/ບົດ​ອື່ນ