ພິທີມອບລາງວັນ ຄຸນນະພາບລະດັບຊາດ ແລະ ລາງວັນຄຸນນະພາບສາກົນ ອາຊີ - ປາຊີຟິກ 2018

(VOVWORLD) -  ຕອນເຊົ້າວັນທີ 23 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ  ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ຈັດຕັ້ງ ພິທີມອບລາງວັນຄຸນນະພາບລະດັບຊາດ ປີ 2018 ໃຫ້ແກ່ວິສາຫະກິດ 75 ແຫ່ງ ແລະ ມອບລາງວັນ ຄຸນນະພາບລະດັບສາກົນ ອາຊີ - ປາຊີຟິກ  ໃຫ້ແກ່ວິສາຫະກິດ 2 ແຫ່ງ.
ພິທີມອບລາງວັນ ຄຸນນະພາບລະດັບຊາດ ແລະ ລາງວັນຄຸນນະພາບສາກົນ ອາຊີ - ປາຊີຟິກ 2018 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ມອບລາງວັນໃຫ້ບັນດາວິສາຫະກິດ (ພາບ: vnexpress) 

        ລາງວັນຄຸນນະພາບລະດັບຊາດ ແມ່ນລາງວັນສູງສຸດໃນລະບົບກົດໝາຍ ກ່ຽວກັບຄຸນນະພາບ, ຜະລິດຕະພັນສິນຄ້າ ໂດຍນາຍົກລັດຖະມົນຕີຫວຽດນາມຕົກລົງມອບໃຫ້ປະຈໍາປີ ເພື່ອແນໃສ່ເຊີດຊູບັນດາວິສາຫະກິດທີ່ບັນລຸໄດ້ຜົນງານດີເດັ່ນໃນວຽກງານຍົກສູງຄຸນນະພາບຜະລິດຕະພັນ, ການບໍລິການ, ໂດຍຕອບສະໜອງ 7 ມາດຕະຖານຂອງ ອົງການຄຸນນະພາບ ອາຊີ - ປາຊີຟິກ ເຊິ່ງລວມມີ: ບົດບາດຂອງການນໍາ; ການວາງແຜນກໍານົດຍຸດທະສາດ; ການກໍານົດທິດລູກຄ້າ ແລະ ການຕະຫຼາດ; ການວັດແທກ, ວິໄຈ ແລະ ຄຸ້ມຄອງປັນຍາຊົນ; ຄຸ້ມຄອງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ; ຄຸ້ມຄອງວິວັດການເຄື່ອນໄຫວ; ໝາກຜົນການເຄື່ອນໄຫວ; ອັນໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວົງຄະນະຍາດ ແລະ ສັງຄົມ. ກ່າວຄໍາເຫັນທີ່ພິທີມອບລາງວັນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຢັ້ງຢືນວ່າ:

        “ມາດຕະຖານ 7 ຂໍ້ດັ່ງກ່າວ ໄດ້ສະແດງໃຫ້ເຫັນຫຼາຍຢ່າງ, ໃນນັ້ນໄດ້ສະແດງໃຫ້ເຫັນຄວາມສໍາຄັນຂອງການປ່ຽນແປງໃໝ່, ປະດິດຄິດສ້າງ. ເບື້ອງຫຼັງຂອງສິ່ງດັ່ງກ່າວນັ້ນ ຍັງແມ່ນປັດໄຈວັດທະນະທໍາຂອງວິສາຫະກິດ, ປັດໄຈຄຸນສົມບັດໃນການຜະລິດດໍາເນີນທຸລະກິດ. ພວກເຮົາຫວັງວ່າ ນັບມື້ນັບຈະມີວິສາຫະກິດຫຼາຍແຫ່ງເຂ້ົາຮ່ວມຂະບວນການດັ່ງກ່າວ ແລະ ລາງວັນນີ້ ນັບມື້ນັບໄດ້ແຜ່ຂະຫຍາຍ ແລະ ມີການປ່ຽນແປງໃໝ່ ເພື່ອໃຫ້ຂະບວນການ ມີສະມັດຕະພາບ, ຄຸນນະພາບນັບມື້ນັບພັດທະນາ, ມີປະສິດທິຜົນ ແລະ ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາຂອງປະເທດຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ