ພິທີມອບລາງວັນ ແລະ ມອບທຶນສຶກສາ KOVA ຄັ້ງທີ 12

ພິທີມອບລາງວັນ ແລະ ມອບທຶນສຶກສາ KOVA ຄັ້ງທີ 12 - ảnh 1
ພິທີມອບລາງວັນ ແລະ ມອບທຶນສຶກສາ KOVA ຄັ້ງທີ 12
(ພາບ: TTXVN)


(vovworld) – ວັນ​ທີ 13/12, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ມອບ​ລາງວັນ KOVA ​ໄດ້​ຈັດ​ພິທີ​ມອບ​ລາງວັນ ​ແລະ ທຶນ​ສຶກສາ KOVA ຄັ້ງ​ທີ 12 ​ໃຫ້​ບັນດາ​ນັກວິທະຍາສາດ, ນັກ​ສຶກສາ​ທີ່​ທຸກ​ຍາກ ​ແລະ ບັນດາ​ແບບຢ່າງ​ດີ​ເດັ່ນ​ໃນ​ຊີວິດ​ສັງຄົມ. ລາງວັນ ​ແລະ ທຶນ​ສຶກສາ KOVA ປີ 2014 ​ໄດ້​ມອບ​ໃຫ້ 3 ໝູ່​ຄະນະ ​ແລະ 4 ສ່ວນ​ບຸກຄົນ ​ເຊິ່ງ​​ແມ່ນ​ບັນດານັກວິທະຍາສາດ​ທີ່​ມີ​ຜົນ​ງານ​ຫຼາຍ​ຢ່າງ​ໃນ​ການ​ຄົ້ນຄວ້າ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້າ​ສະພາບ​ຕົວ​ຈິງ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ​ໃນ​ຂົງ​ເຂດ​ເສດຖະກິດ, ສັງຄົມ; ມີ 1 ໝູ່​ຄະນະ ​ແລະ 4 ສ່ວນ​ບຸກຄົນ ​ເຊິ່ງ​ແມ່ນ​ບັນດາ​ແບບຢ່າງ​ດີ​ເດັ່ນ​ໃນ​ຊີວິດ​ສັງຄົມ ​ແລະ ນັກ​ສຶກສາກວ່າ 100 ຄົນທຸກ​ຍາກ ​ແຕ່​ບັນລຸ​ໄດ້ຜົນ​ງານ​ໃນ​ການ​ຮໍ່າຮຽນ​ສູງ​ໃນ​ສົກຮຽນ 2013 - 2014 ​ແລະ ມີ​ບົດ​ຄົ້ນຄວ້າ​ວິທະຍາສາດ​ດີ​. ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ລາງວັນ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ ຫງວຽນ​ທິຢວານ ຖື​ວ່າ.

   “ລາງວັນ​ດັ່ງກ່າວ ບໍ່​ພຽງ​ແຕ່​ແມ່ນ​ການ​ປຸກລະດົມ​ກຳລັງ​ໃຈ​ສຳລັບ​ໝູ່​ຄະນະ, ສ່ວນ​ບຸກຄົນ​ທີ່​ໄດ້​ມານະ​ພະຍາຍາມ​ປືນ​ຕົວ​ຂຶ້ນ, ມີ​ຂໍ້​ລິ​ເລີມ​ຫຼາຍ​ຢ່າງ, ມີ​ຫົວຄິດ​ປະດິດ​ສ້າງ ປະກອບສ່ວນ​ໃຫ້​ສັງຄົມ​​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ການ​ສ້າງ​ຖັນ​ແຖວ​ນັກ​ປັນຍາ​ຊົນ, ນັກວິທະຍາສາດຂອງ​ປະ​ເທດ​ຊາດໃນ​ອະນາຄົດ​ອີກ​ດ້ວຍ”.

ຂ່າວ/ບົດ​ອື່ນ