ພິທີມອບລາງວັນຄຸນນະ ພາບລະດັບຊາດຖືກດຳ ເນີນຢູ່ຮ່າໂນ້ຍ

ພິທີມອບລາງວັນຄຸນນະ ພາບລະດັບຊາດຖືກດຳ ເນີນຢູ່ຮ່າໂນ້ຍ - ảnh 1
ພາບປະກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 26/2, ຢູ່​ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ພິທີ​ມອບ​ລາງວັນ​ຄຸນ​ນະພາ​ບ​ລະດັບ​ຊາດ ​ແລະ ລາງວັນ​ຄຸນ​ນະພາ​ບລະດັບສາກົນ ອາຊີ - ປາ​ເຊ​ຟິກ ປີ 2011 ​ໃຫ້​ແກ່​ວິ​ສາ​ຫະກິດ 98 ​ແຫ່ງ. ລາງວັນ​ຄຸນ​ນະພາ​ບ​ລະດັບຊາດ​ແມ່ນ​ຮູບ​ການ​ເຊີດ​ຊູ, ຍ້ອງຍໍ​ສັນລະ​ເສີນ​ລະດັບຊາດປະຈຳປີ​ຂອງ​ນາຍົກລັດຖະມົນຕີມອບ​ໃຫ້​ບັນດາ​ອົງການ, ວິ​ສາ​ຫະກິດ​ບັນລຸ​ຜົນງານ​ດີ​ເດັ່ນ​ກ່ຽວ​ກັບ​ຄຸນ​ນະພາ​ບ​ໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ ​ແລະ ບໍລິການ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ: ລາງວັນ​ຄຸນ​ນະພາ​ບ​ລະດັບຊາດ​ມີ​ຄວາມ​ໝາຍ​ໃນ​ການ​ຍົກ​ສູງ​ກຳລັງ​​ແກ່ງ​ແຍ້​ງຂອງ​ຜະລິດ​ຕະພັນ, ສິນຄ້າ ​ແລ​ະ ການ​ບໍລິການ​ຂອງ​ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ການ​ສົ່ງ​ອອກ. ລາງວັນ​ນີ້​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ມີ​ເຄື່ອນ​ໄຂ​ຮ່ຳຮຽນ​ເອົາ​ບົດຮຽນ, ຕີ​ລາຄາ ​ແລະ ດັດ​ແປງ​ບັນດາ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ, ຄຸນ​ນະພາ​ບຜະລິດ​ຕະພັນ.​​.​. ຢ່າງຮອບດ້ານ. ນີ້​ກໍ​ແມ່ນ​ກາລະ​ໂອກາດ​ທີ່​ດີ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ບັນລຸ​ລາງ​ວັນໂຄສະນາ​​​ເຄື່ອງໝາຍຜະລິດຕະ​ພັນ, ປະກອບສ່ວນ​ຍົກສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃນ​ໄລຍະ​ເຊື່ອ​ມ​ໂຍງ​​ເຂົ້າ​ກັບ​ສາກົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໃຫ້​ຄຳຊີ້ນຳວ່າ: ລາງວັນ​ຄຸນ​ນະພາ​ບ​ລະດັບຊາດ​ຕ້ອງ​ປ່ຽນ​ໃໝ່​ກ່ຽວ​ກັບ​ວິທີ ​ເພື່ອ​ສົ່ງ​ເສີມ​​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ເຂົ້າ​ຮ່ວມ ​ແລະ ກາຍ​ເປັນ​ຂະ​ບວນການ​ກ້ວາງ​ຂວາງ​ໃນ​ທົ່ວ​ປະ​ເທດ, ປະກອບ​ສ່ວນຍົກ​ສູງ​ເຄື່ອງໝາຍ​ການ​ຄ້າ​ຜະລິດ​ຕະພັນ, ສິນຄ້າ​ຫວຽດນາມ​ໃນ​ເວທີ​ສາກົນ.

ຂ່າວ/ບົດ​ອື່ນ