ພິທີມອບລາງວັນບັ້ນຂົນຂວາຍປະດິດແຕ່ງບົດເພງໃຫ້IPU132

ພິທີມອບລາງວັນບັ້ນຂົນຂວາຍປະດິດແຕ່ງບົດເພງໃຫ້IPU132 - ảnh 1
ນັກ​ປະ​ພັນ​ດົນ​ຕີ ຢ້​ວາ​ນ​ຍໍ ໄດ້​ຮັບ​ລາງວັນ​ທີ 1

(vovworld) - ຕອນ​ຄ່ຳ​ວັນ​ທີ 1/3, ຢູ່​ຮ່າ​ໂນ້ຍ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ສົມ​ທົບ​ກັບ​ອະ​ນຸ​ກຳ​ມະ​ການ​ສື່ຂ່າວ​ - ໂຄ​ສະ​ນາ ກອງ​ປະ​ຊຸມ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ ຄັ້ງ​ທີ 132 (IPU 132) ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ລ​າງວັນ ແລະ ຍ້ອງ​ຍໍ​ຊົມ​ເຊີຍບັນ​ດາ​ບົດ​ເພງ​ໄດ້​ທີ່​ຮັບ​ລາງວັນ​ໃນ​ບັ້ນ​ຂົນ​ຂວາຍ​ປະ​ດິດ​ແຕ່ງ​ບົດ​ເພງ​ຂ່ຳ​ນັບ​ຊົມ​ເຊີຍ IPU 132. ທ່ານ​ນາງ ຕ່ອງ​ທິ​ຟ໋ອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ IPU 132, ເຂົ້າ​ຮ່ວມ​ລາຍ​ການ. ພາຍຫຼັງ​ປຸກ​ລະ​ດົມ​ມາ​ເປັ​ນ​ເວ​ລາ 1 ເດືອນ, ແຕ່​ເດືອນ 12/2014 ຫາ​ວັນ​ທີ 30/1/2015, ຄະ​ນະ​ຈັດ​ຕັ້ງ​ໄດ້​ຮັບ 150 ບົດ​ເສັງ. ເນື​້ອ​ໃນ​ບັນ​ດາ​ບົດ​ເພງ​ແມ່ນ: ຍ້ອງ​ຍໍ​ຊົມ​ເຊີຍ ແລະ ເຊີດ​ຊູ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ, ມຸ່ງ​ໄປ​ເຖິງ​ບັນ​ດາ​ຄຸນ​ຄ່າ​ມະ​ນຸດ​ສະ​ທຳ, ເມ​ດ​ຕາ​ຈິດ… ສະ​ພາ​ສິ​ລະ​ປະ​ໄດ້​ຄັ​ດ​ເລືອກ 10 ບົດ​ເສັງ​ມີ​ຄຸນ​ຄ່າ​ສິ​ລະ​ປະ, ມີ​ເນື້ອ​ໃນ​​ທີ່ດີ​ເພື່ອ​ແນະ​ນຳ​ເຖິງ​ມະ​ຫາ​ຊົນ ແລະ ມິ​ດ​ເພງ. ລາງວັນ​ທີ​ໜຶ່ງ ໄດ້​ມອບ​ໃຫ້​ນັກ​ປະ​ພັນ​ດົນ​ຕີ ຢ​ວານ​ຍໍ (Doãn Nho). ນີ້ກໍ່​ແມ່ນ​ບົດ​ເພງ​​ທາງ​ການ​ຂອງກອງ​ປະ​ຊຸມ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ IPU 132.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ລ​າງວັນ, ຜູ​້​ອຳ​ນວຍ​ການໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຫງວຽນ​ດັງ​ຕ໋ຽນ, ຊີ້​ແຈ້ງ​ວ່າ:

        “ບັ້ນ​ຂົນ​ຂວາຍ​ປະ​ດິດ​ແຕ່ງ​ບັນ​ດາ​ບົດ​ເພງ​​ຂ່ຳ​ນັບ​ຊົມ​ເຊີຍ IPU 132 ໄດ້​ຮັບ​ການ​ປຸກ​ລະ​ດົມ​ຢ່າງ​ກ້​ວາງ​ຂວາງ​ໃນ​ທົ່ວ​ປະ​ເທດ ແລະ ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ບັນ​ດາ​ນັກ​ປະ​ພັນ​ດົນ​ຕີ, ນັກ​ສິ​ລະ​ປິນ… ທັງ​ຍ​ອາ​​ຊີບ ແລະ ສະ​ໝັກຫຼິ້ນ. ບັນ​ດາ​ບົດ​ເພງ​ດັ່ງ​ກ່າວ​ມີ​ຄຸນ​ນະ​ພາບ​ດ້ານ​ສິ​ລະ​ປະ​ສູງ​ເພື່ອ​ສະ​ແດງ​ນ້ຳ​ໃຈ​ສະ​ໜິດ​ສະ​ໜົມ, ສຸດ​ຈິດ​ສຸດ​ໃຈ, ຮູບ​ພາບ​ອັນ​ສວຍ​ງາມ​ຂອງ​ປະ​ເທດ​ຊາດ ແລະ ຊາວ ຫວຽດ​ນາມ ສຳ​ລັບ​ເພື່ອນ​ມິດ​ສາ​ກົນ. ”

 


ຂ່າວ/ບົດ​ອື່ນ