ພິທີ​ມອບ​ລາງ​ວັນ​ປະດິດ​ແຕ່ງ ​ແລະ ​ໂຄສະນາ​ຜະລິດ​ຕະພັນ​ວັນນະ​ຄະດີສິລະ​ປະ, ສື່​ມວນ​ຊົນ ຕາມ​ຫົວ​ຂໍ້ ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແນວ​ຄິດ, ​ຄຸນສົມບັດ ​ແລະ ​ແບບ​ແຜນການ​ດໍາລົງ​ຊີວິດ​ຂອງ​ປະທານ​ໂຮ່ຈີ​ມິນ

(VOVWORLD) -ຄະນະຈັດຕັ້ງໄດ້ມອບລາງວັນ ພິເສດ 2 ລາງວັນ, ລາງວັນ A 11 ລາງວັນ, ລາງວັນ B 42 ລາງວັນ. ນອກຈາກນັ້ນ, ຍັງມີຜະລິດຕະພັນຈໍານວນໜຶ່ງຍາດໄດ້ລາງວັນ C ແລະ ລາງວັນຊົມເຊີຍ. 

        ຕອນຄໍ່າວັນທີ 13 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກ ສົມທົບກັບ ບັນດາຄະນະ, ຂະແໜງການ, ໝູ່ຄະນະຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງພິທີ ມອບລາງວັນປະດິດແຕ່ງ ແລະ ໂຄສະນາຜະລິດຕະພັນວັນນະຄະດີສິລະປະ, ສື່ມວນຊົນ ຕາມຫົວຂໍ້ ຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ໄລຍະ 2018 – 2020.

        ໃນການເສັງດ່ັງກ່າວ ໄດ້ຮັບບັນດາຜະລິດຕະພັນ, ສໍາເນົາເອກະສານເຂົ້າຮ່ວມເກືອບ 6 ພັນ ຢ່າງ ຂອງສ່ວນບຸກຄົນ ແລະ ໝູ່ຄະນະທັງຢູ່ພາຍໃນ ແລະ ຕ່າງປະເທດ. ທີ່ພິທີມອບລາງວັນ, ຄະນະຈັດຕັ້ງໄດ້ມອບລາງວັນ ພິເສດ 2 ລາງວັນ, ລາງວັນ A 11 ລາງວັນ, ລາງວັນ B 42 ລາງວັນ. ນອກຈາກນັ້ນ, ຍັງມີຜະລິດຕະພັນຈໍານວນໜຶ່ງຍາດໄດ້ລາງວັນ C ແລະ ລາງວັນຊົມເຊີຍ. 

ຕອບກັບ

ຂ່າວ/ບົດ​ອື່ນ