ພິທີມອບລາງວັນສື່ມວນຊົນທົ່ວປະເທດ ລາງວັນ ຢຽນຮົ່ງ

(VOVWORLD) - ສະພາກຳມະການໃຫ້ຄະແນນໄດ້ຕີລາຄາສູງຄຸນນະພາບຂອງບັນດາຜົນງານທີ່ສົ່ງເຂົ້າຮ່ວມການເສັງລາງວັນ ຢຽນຮົ່ງ ຄັ້ງທີ 2 ປີນ

        ພິທີມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບສະພາແຫ່ງຊາດ ແລະ ສະພາປະຊາຊົນ (ລາງວັນ ຢຽນຮົ່ງ) ຄັ້ງທີ 2 ຈະຈັດຂຶ້ນໃນຕອນຄ່ຳວັນທີ 05 ມັງກອນ, ຢູ່ ຮ່າໂນ້ຍ.

        ກ່ອນໜ້ານັ້ນ, ໃນ 6 ເດືອນທີ່ປຸກລະດົມ, ຄະນະຈັດຕັ້ງການເສັງລາງວັນ ຢຽນຮົ່ງ ຄັ້ງທີ 2 ໄດ້ຮັບເກືອບ 2.700 ຜົນງານຂອງ 138 ອົງການສື່ມວນຊົນສູນກາງ, ທ້ອງຖິ່ນ, ຫ້ອງການຄະນະສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ, ສ່ວນບຸກຄົນຢູ່ພາຍໃນປະເທດ ແລະ ຕ່າງປະເທດສົ່ງເຂົ້າມາ. ສະພາກຳມະການຮອບສຸດທ້າຍໄດ້ປ່ອນບັດ, ເລືອກເອົາ 79 ຜົນງານເພື່ອມອບລາງວັນໃນຕອນຄ່ຳວັນທີ 05 ມັງກອນ.

        ສະພາກຳມະການໃຫ້ຄະແນນໄດ້ຕີລາຄາສູງຄຸນນະພາບຂອງບັນດາຜົນງານທີ່ສົ່ງເຂົ້າຮ່ວມການເສັງລາງວັນ ຢຽນຮົ່ງ ຄັ້ງທີ 2 ປີນີ້, ໂດຍສະເພາະແມ່ນຄຸນນະພາບພົ້ນເດັ່ນຂອງບັນດາຜົນງານທີ່ໄດ້ຮັບລາງວັນ.

ຕອບກັບ

ຂ່າວ/ບົດ​ອື່ນ