ພິທີມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບວຽງານການພົວພັນຕ່າງປະເທດຄັ້ງທີ 9

(VOVWORLD) - ຄະນະຈັດຕັ້ງໄດ້ຮັບກວ່າ 1.400 ຜົນງານ/ຜະລິດຕະພັນສົ່ງເຂົ້າຮ່ວມການເສັງໃນ 10 ປະເພດເນື້ອໃນ.
ພິທີມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບວຽງານການພົວພັນຕ່າງປະເທດຄັ້ງທີ 9 - ảnh 1(ພິທີມອບລາງວັນ)

  ຕອນຄ່ຳວັນທີ 12 ຕຸລາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກ, ຄະນະຊີ້ນຳວຽກງານຖະແຫຼງຂ່າວຕ່າງປະເທດ ແລະ ບັນດາອົງການກ່ຽວຂ້ອງໄດ້ສົມທົບກັນຈັດ ພິທີມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບວຽກງານການພົວພັນຕ່າງປະເທດຄັ້ງທີ 9. ລາງວັນດັ່ງກ່າວແມ່ນ ເພື່ອເຊີດຊູບັນດາຜູ້ທີ່ເຮັດວຽກງານຂໍ້ມູນຂ່າວສານຕ່າງປະເທດ.

   ໃນການມອບລາງວັນປີນີ້, ຄະນະຈັດຕັ້ງໄດ້ຮັບກວ່າ 1.400 ຜົນງານ/ຜະລິດຕະພັນສົ່ງເຂົ້າຮ່ວມການເສັງໃນ 10 ປະເພດເນື້ອໃນ. ນີ້ແມ່ນຈໍານວນຜົນງານທີ່ສົ່ງເຂົ້າຮ່ວມການເສັງຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ຄະນະກຳມະການໄດ້ເລືອກເອົາ 110 ຜົນງານ/ຜະລິດຕະພັນດີເດັ່ນເພື່ອມອບລາງວັນ, ລວມມີ: ລາງວັນທີ 1 - 08 ລາງວັນ, ລາງວັນທີ 2 - 22 ລາງວັນ, ລາງວັນທີ 3 – 30 ລາງວັນ ແລະ ລາງວັນຊົມເຊີຍ 50 ລາງວັນ. ນີ້ແມ່ນບັນດາຜົນງານ/ ຜະລິດຕະພັນທີ່ໄດ້ຮັບການຕີລາຄາວ່າມີເນື້ອໃນພິເສດ, ມີລັກສະນະປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ທີ່ອຸດົມສົມບູນ.

ພິທີມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບວຽງານການພົວພັນຕ່າງປະເທດຄັ້ງທີ 9 - ảnh 2 (ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ)

          ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຢືນຢັນວ່າ:

          “ວຽກງານຖະແຫຼງຂ່າວຕ່າງປະເທດໄດ້ມີບັນດາບາດກ້າວພັດທະນາທີ່ໜ້າປະທັບໃຈ, ຂໍ້ມູນຂ່າວສານນັບມື້ນັບວ່ອງໄວ, ຮອບດ້ານ, ມີສີສັນ, ເປັນຂົວຕໍ່ເພື່ອໃຫ້ປະຊາຄົມໂລກເຂົ້າໃຈ ແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ ແລະ ລັດ ຢ່າງຈະແຈ້ງ, ຖືກຕ້ອງ. ພ້ອມກັນນັ້ນ, ບັນດາປະເທດ ແລະ ປະຊາຊົນໃນໂລກກໍ່ແບ່ງປັນ, ສະໜັບສະໜູນທັດສະນະຂອງ ຫວຽດນາມ ສຳລັບບັນດາບັນຫາສາກົນ; ໂຄສະນາພາບພົດປະເທດຊາດ, ມະນຸດ, ປະຫວັດສາດ, ວັດທະນະທຳຂອງຊາດ ແລະ ບັນດາຜົນງານໃນການພັດທະນາຂອງ ຫວຽດນາມ. ໃນທາງທີ່ກົງກັນຂ້າມ, ກໍ່ແມ່ນເພື່ອຕໍ່ສູ້, ປະຕິເສດບັນດາຂໍ້ມູນຂ່າວ, ທັດສະນະທີ່ຜິດພາດ, ເສກສັນປັ້ນແຕ່ງຂອງບັນດາກຳລັງທີ່ເປັນປໍລະປັກ, ບັນດາອົງການປະຕິການ.

          ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ພັກກອມມູນິດ ຫວຽດນາມ ໄດ້ກຳນົດບັນດາທິດທາງປະຕິບັດວຽກງານຖະແຫຼງຂ່າວຕ່າງປະເທດໃນໄລຍະໃໝ່ແມ່ນ: ເປັນເຈົ້າການ, ຄົບຊຸດ, ທັນການ, ມີຫົວຄິດປະດິດສ້າງ ແລະ ບັນລຸປະສິດທິຜົນ. ສະນັ້ນ, ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ:

          “ບັນດາອົງການທີ່ກ່ຽວຂ້ອງຕ້ອງຍູ້ແຮງການສື່ສານ, ໂຄສະນາກ່ຽວກັບປະເທດຊາດ, ຊາວ ຫວຽດນາມ, ໂດຍສະເພາະແມ່ນບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດທີ່ບັນລຸໄດ້. ມີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງກ່ຽວກັບທິດທາງ, ເນື້ອໃນ, ຍົກສູງຄຸນນະພາບ, ປະສິດທິຜົນວຽກງານການຕ່າງປະເທດ ແລະ ການຖະແຫຼງຂ່າວຕ່າງປະເທດຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ກໍ່ຮຽກຮ້ອງການໜູນຊ່ວຍ, ສະໜັບສະໜູນຂອງບັນດາປະເທດ ເພື່ອປະກອບສ່ວນສ້າງ ຫວຽດນາມ ປະກາຍແຈ້ງໃນດວງໃຈຂອງເພື່ອນມິດສາກົນ, ພ້ອມກັນຜ່ານຜ່າສິ່ງທ້າທາຍລວມຂອງບັນດາຊາດ ແລະ ມະນຸດ.

          ເຂົ້າຮ່ວມການເສັງດັ່ງກ່າວ, ວິທະຍຸກະຈາຍສຽງ ຫວຽດນາມ ມີ 8 ຜົນງານທີ່ໄດ້ຮັບລາງວັນ, ໃນນັ້ນມີລາງວັນທີ 1 - 01 ລາງວັນ ຂອງກຸ່ມນັກປະພັນພະແນກກະຈາຍສຽງພາກພາສາຕ່າງປະເທດ (VOV5).

ຕອບກັບ

ຂ່າວ/ບົດ​ອື່ນ