ພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 12 ປີ 2017

(VOVWORLD) -ລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 12 ໄດ້ດຳເນີນໃນຕອນຄ່ຳວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ. ເຂົ້າຮ່ວມເຫດການມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ; ທ່ານປະທານປະເທດ ເຈີ່ນດ້າຍກວາງ; ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເຈີ່ນກ໋ວກເວື້ອງ; ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິງ…
ພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 12 ປີ 2017 - ảnh 1 (ພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 12 ປີ 2017)

ພ້ອມກັບບັນດາການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ; ຜູ້ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການ; ບັນດານັກຂ່າວອາວຸໂສ ພ້ອມກັບນັກຂ່າວໃນທົ່ວປະເທດເປັນຈຳນວນຫຼາຍ.

      ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ສະແດງຄວາມປະຕິຊົມຊື່ນໂດຍໃຫ້ຮູ້ວ່າ, ປີນີ້ແມ່ນປີມີຈຳນວນບັນດາບົດປະພັນສື່ມວນຊົນເຂົ້າຮ່ວມການເສັງຫຼາຍກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ, ຄຸນນະພາບຂອງບັນດາບົດປະພັນນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ, ສະເໜີວ່າ.

      “ສື່ມວນຊົນຄວນສືບຕໍ່ກຳແໜ້ນ ແລະ ໂຄສະນາແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ທັນການ. ລະດົມກຳລັງໃຈ, ທະວີຄູນບັນດາຂະບວນການແຂ່ງຂັນຮັກຊາດ, ບັນດາໝູ່ຄະນະ ແລະ ສ່ວນບຸກຄົນທີ່ເປັນແບບຢ່າງກ້າວໜ້າ, ແບບຢ່າງວຽກດີຄົນເດັ່ນ, ປັບປຸງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ການຊີ້ນຳນຳພາຂອງພັກ, ການຄຸ້ມຄອງ, ບໍລິຫານຂອງສະພາແຫ່ງຊາດ, ລັດຖະບານຕື່ມອີກ… ສືບຕໍ່ເສີມຂະຫຍາຍບົດບາດ ແລະ ໜ້າທີ່ຕິດຕາມກວດກາ, ຕີລາຄາສັງຄົມຂອງສື່ມວນຊົນຢ່າງຕັ້ງໜ້າ”.

      ລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 12 ໄດ້ມອບໃຫ້ 105 ບົດປະພັນ, ໃນນັ້ນມີ 8 ລາງວັນ A, 25 ລາງວັນ B, 43 ລາງວັນ C ແລະ 29 ລາງວັນຊົມເຊີຍ.

ຕອບກັບ

ຂ່າວ/ບົດ​ອື່ນ