ພິທີມອບລາງວັນເຄື່ອງໝາຍການຄ້າຄຳ -Logo -Slogan ປີ 2012

ພິທີມອບລາງວັນເຄື່ອງໝາຍການຄ້າຄຳ -Logo -Slogan ປີ 2012 - ảnh 1
ພາບປະກອບ: internet


(vovworld) - ຕອນເຊົ້າວັນທີ 11/10 ຢູ່ ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສົມທົບກັບສະຫະສະມາຄົມຕ້ານສິນຄ້າປອມ ແລະ ປົກປ້ອງເຄື່ອງໝາຍການຄ້າ ຫວຽດນາມ ​ໄດ້ຈັດຕັ້ງ “ພິທີມອບເຄື່ອງໝາຍການຄ້າຄຳ -Logo - Slogan ປະທັບໃຈປີ 2012”. ລາງວັນດັ່ງກ່າວແມ່ນເຊີດຊູ ແລະ ລະດົມກຳລັງໃຈບັນດາວິສາຫະກິດຢູ່ພາຍໃນ ແລະ ວິສາຫະກິດມີເງິນ​ລົງທຶນ​ຂອງ​ຕ່າ​ງປະເທດ​ດີ​ເດັ່ນ​ພວມ​ກຳມະສິດ​ບັນດາ​ເຄ່ືອງໝາຍ​ການ​ຄ້າ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ, ຄຸນ​ນະພາ​ບການ​​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ການ​ຄ້າ, ບໍລິການ ​ແລະ ອຸດສາຫະກຳ​ເປັນ​ຢ່າງ​ດີ. ລາງວັນ​ເຄ່ືອງ​ໝາຍ​ການ​ຄ້າ​ຄຳ​ປີ 2012 ​ໄດ້​ມອບ​ໃຫ້ 123 ວິ​ສາ​ຫະກິດ ​ແລະ ລາງວັນ Slogan ປະ​ທັບ​ໃຈ​ໄດ້​ມອບ​ໃຫ້​ແກ່ 16 ວິ​ສາ​ຫະກິດ. ນີ້​ແມ່ນ​ບັນດາ​ວິ​ສາ​ຫະກິດ​ມີ​ຜົນງານ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ບັນລຸ​ປະສິດທິ​ຜົນ​ສູງ, ​ເຄ່ືອງໝາຍ​ກາ​ນຄ້າ​ມີ​ອິດ​ທິພົນ​ຊື່​ສຽງ​ຢູ່ຕະຫລາດພາຍ​ໃນ ​ແລະ ຕ່າງປະ​ເທດ, ປະຕິບັດ​ລະບອບ​ປະກັນ​ໄພ​ສຳລັບ​ຄົນ​ງານ​ເປັນ​ຢ່າງ​ດີ.

 

ຂ່າວ/ບົດ​ອື່ນ