ພິທີມອບລາງວັນເລືອງດິ່ງກົ໋ວຄັ້ງທີ10ດຳເນີນໄປໃນວັນທີ20/6

ພິທີມອບລາງວັນເລືອງດິ່ງກົ໋ວຄັ້ງທີ10ດຳເນີນໄປໃນວັນທີ20/6 - ảnh 1
ການ​ປະ​ຊຸມ​ຂ່າວ​ແນະ​ນ​ຳ​ງານ​ມະ​ໂຫລານ​ຊາວ​ໜຸ​່ມ​ຊົນ​ນະ​ບົດ​ທົ່ວ​ປະ​
ເທດ​ ຄັ້ງ​ທີ 2 ແລະ ພິ​ທີ​ມອບ​ລາງວັນ ເລືອງ​ດິ່ງ​ກົ໋ວ ຄັ້ງ​ທີ 10 ປີ 2015
(ພາບ: CAND)


(vovworld) –​ ຕອນ​ເຊົ້າ​ວັນ​ທີ 16/6, ຢູ່​ຮ່​າ​ໂນ້ຍ, ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​ການ​ປະ​ຊຸມ​ຂ່າວ​ແນະ​ນ​ຳ​ງານ​ມະ​ໂຫລານ​ຊາວ​ໜຸ​່ມ​ຊົນ​ນະ​ບົດ​ທົ່ວ​ປະ​ເທດ​ຄັ້ງ​ທີ 2 ແລະ ພິ​ທີ​ມອບ​ລາງວັນ ເລືອງ​ດິ່ງ​ກົ໋ວ ຄັ້ງ​ທີ 10 ປີ 2015 ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 20/6 ຈະ​ມາ​ເຖິງ. ງານ​ມະ​ໂຫລານ​ຊາວ​ໜຸ່ມ​ຊົນ​ນະ​ບົດ​ທົ່ວ​ປະ​ເທດ​ຄັ້ງ​ທີ 2 ມ​ີ​ການ​ເຄື່ອນ​ໄຫວ​ຕ່​າງໆ​ຄື: ສະ​ຫລຸບ 3 ປີ​ແຫ່ງ​ການ​ປະ​ຕິ​ບັດ​ຂະ​ບວນ​ການ “ໄວ​ໜຸ່ມ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່”, ເວ​ທີ​ປາ​ໄສ​ປ່ຽນ​ໃໝ່​ຈີນ​ຕະ​ນາ​ການ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ, ພິ​ທີ​ມອບ​ລາງວັນ ເລືອງ​ດິ່ງ​ກົ໋ວ ຄັ້ງ​ທີ 10. ປີນີ້​ແມ່ນປີ​ທີ 10 ​ທີ່ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ​ຈັດ​ຕັ້ງ​ການມອບ​ລາງວັນ ເລືອງ​ດິ່ງ​ກົ໋ວ ແລະ ​ລາງວັນ​ປີນີ້​ໄດ້​ມອບ​ໃຫ້​ຊາວ​ໜຸ່ມ​ຊົນ​ນະ​ບົດ​ທີ​ດີ​ເດັ່ນ​ໃນ​ທົ່​ວ​ປະ​ເທດ 150 ຄົນ. ທ່ານ ຫງວຽນ​ແອງ​ຕ໋ວນ, ເລ​ຂາ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ, ໃຫ້​ຮູ້​ວ່າ:

        “ຄວາມ​ໝາຍ​ຕົ້ນ​ຕໍ​ແມ່ນ​ພວກ​ເພື່ອນ​ໄດ້​ບືນ​ຕົວ​ຂຶ້ນ​ຫລຸດ​ພົ້ນ​​ອອກ​ຈາກຄວາມ​ທຸກ​ຍາກ​ເພື່ອ​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ແກ່​ທ້ອງ​ຖິ່ນ. ນັ້ນ​ແມ່ນ​ສິ່ງ​ທີ່ມ​ີ​ປະ​ໂຫຍດ​ທີ່​ສຸດ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ໃນ​ບັນ​ຊີ​ລາຍ​ຊື່​ຊາວ​ໜຸ່ມ​​ດີ​ເດັ່ນ 150 ຄົນ​ໄດ້​ຮັບ​ການ​ຍ້ອງ​ຍໍ​ໃນ​ຄັ້ງ​ນີ້​, ໃນ​ນັ້ນ​ພະ​ນັກ​ງານ​ຊາວ​ໜຸ່ມຢູ່​ຮາກ​ຖານ. ທັງ​ແມ່ນ​ພະ​ນັກ​ງານ​ຄະ​ນະ​ຊາວ​ໜຸ່ມ, ທັງ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ເກັ່ງ, ທັງ​ສ້າງວຽ​ກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ໜຸ່ມ​ຢູ່​ທ້ອງ​ຖິ່ນກວມແຕ່ 35 40%.”

ຂ່າວ/ບົດ​ອື່ນ