ພິທີມອບລາງວັນແມ່່ຍິງຫວຽດນາມ 2018

(VOVWORLD) -ນີ້ແມ່ນຄັ້ງທີີ 15 ທີ່ສະຫະພັນແມ່ຍິງຫວຽດນາມ ໄດ້ຈັດພິທີມອບລາງວັນແມ່ຍິງຫວຽດນາມ. 

ເນື່ອງໃນໂອກາດ ສະເຫຼີມສະຫຼອງ 88 ປີ ແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ ແລະ ວັນແມ່ຍິງຫວຽດນາມ (ວັນທີ 20 ຕຸລາ 1930 – 20 ຕຸລາ 2018), ວັນທີ 15 ຕຸລາ, ທີ່ຮ່າໂນ້ຍ, ສະຫະພັນແມ່ຍິງຫວຽດນາມ ໄດ້ຈັດຕັ້ງພິທີມອບລາງວັນແມ່ຍິງຫວຽດນາມ 2018 ໃຫ້ແກ່ 5 ໝູ່ຄະນະ ແລະ 10 ສ່ວນບຸກຄົນ ທີ່ມີຜົນງານດີເດັ່ນໃນທຸກຂົງເຂດ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງສັງຄົມ.

        ໂດຍໄດ້ເລີ່ມຈັດຕັ້ງແຕ່ປີ 2002, ລາງວັນແມ່ຍິງຫວຽດນາມ ແມ່ນລາງວັນປະຈໍາປີ ທີ່ໃຫຍ່ທີ່ສຸດ ສະຫງວນສະເພາະໃຫ້ແກ່ແມ່ຍິງຫວຽດນາມ. ນີ້ແມ່ນຄັ້ງທີີ 15 ທີ່ສະຫະພັນແມ່ຍິງຫວຽດນາມ ໄດ້ຈັດພິທີມອບລາງວັນແມ່ຍິງຫວຽດນາມ. ຜ່ານການຈັດຕັ້ງມາເປັນ 14 ຄັ້ງ, ໄດ້ມີ 74 ໝູ່ຄະນະ ແລະ ສ່ວນບຸກຄົນທີ່ດີເດັ່ນ ຈໍານວນ 134 ຄົນ ໄດ້ຮັບລາງວັນແມ່ຍິງຫວຽດນາມ.



ຕອບກັບ

ຂ່າວ/ບົດ​ອື່ນ