ພິທີມອບສັນຍາລັກບ້ວງເງິນ ຂອງລັດຖະບານແລະປະຊາຊົນຫວຽດນາມສະໜັບສະໜູນກອງທຶນຮັບມືກັບໂລກລະບາດໂຄວິດ-19 ຂອງອົງການ WHO

(VOVWORLD) -ທ່ານຮອງລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈຸງ ໄດ້ມອບສັນຍາລັກບ້ວງເງິນ 50.000 ລ້ານ USD ຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ສະໜັບສະໜູນກອງທຶນຮັບມືກັບໂລກລະບາດໂຄວິດ-19 ຂອງອົງການອະນາໄມໂລກ (WHO)

ພິທີມອບສັນຍາລັກບ້ວງເງິນ ຂອງລັດຖະບານແລະປະຊາຊົນຫວຽດນາມສະໜັບສະໜູນກອງທຶນຮັບມືກັບໂລກລະບາດໂຄວິດ-19 ຂອງອົງການ WHO - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈຸງ ໄດ້ມອບສັນຍາລັກບ້ວງເງິນ 50.000 ລ້ານ USD ທີ່ສະໜັບສະໜູນກອງທຶນຮັບມືກັບໂລກລະບາດໂຄວິດ-19 ຂອງອົງການອະນາໄມໂລກ

(ພາບ: baoquocte.vn)

ໂດຍໄດ້ຮັບການມອບສິດຈາກທ່ານນາຍົກລັດຖະມົນຕີຫວຽດນາມ, ຕອນບ່າຍວັນທີ 24 ເມສາ, ຢູ່ສຳນັກງານກະຊວງການຕ່າງປະເທດຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈຸງ ໄດ້ມອບສັນຍາລັກບ້ວງເງິນ 50.000 ລ້ານ USD ຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ສະໜັບສະໜູນກອງທຶນຮັບມືກັບໂລກລະບາດໂຄວິດ-19 ຂອງອົງການອະນາໄມໂລກ (WHO) ເພື່ອແນໃສ່ປະກອບສ່ວນຮ່ວມແຮງຮ່ວມໃຈໃນການປ້ອງກັນ ແລະ ຍູ້ໂລກລະບາດໂຄວິດ-19 ໃຫ້ຖ້ອຍໄປ.

ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີ ເລຮ່ວາຍຈຸງ ໄດ້ສະແດງຄວາມຂອບໃຈຕໍ່ WHO ແລະ ບັນດາອົງການວິຊາສະເພາະຂອງສະຫະປະຊາຊາດເວົ້າລວມ ກໍຄືຫ້ອງການ WHO ແລະ ຫ້ອງການປະສານງານຂອງ ສະຫະປະຊາຊາດປະຈຳຢູ່ຫວຽດນາມ ເວົ້າສະເພາະ ໃນການສະໜັບສະໜູນ ແລະ ຊ່ວຍເຫຼືອຫວຽດນາມ ຮັບມືກັບໂລກລະບາດໂຄວິດ-19, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ - ສະຫະປະຊາຊາດ ໃນໄລຍະ 40 ກວ່າປີຜ່ານມາເລິກເຊິ່ງຂຶ້ນຕື່ມ.

ໃນສະພາບການໂລກລະບາດໂຄວິດ-19 ພວມຜັນແປໄປຢ່າງສັບສົນ, ກີດຂວາງວິວັດການພັດທະນາແບບຍືນຍົງໃນທົ່ວໂລກນັ້ນ, ທ່ານຮອງລັດຖະມົນຕີປາດຖະໜາວ່າ, WHO ຈະສືບຕໍ່ສວມບົດບາດໃຈກາງ, ນຳພາ ແລະ ປະສານງານບັນດາຄວາມມານະພະຍາຍາມຂອງສາກົນຢ່າງມີປະສິດທິຜົນ; ສະເໜີໃຫ້ WHO ສືບຕໍ່ເອົາໃຈໃສ່ໜູນຊ່ວຍບັນດາປະເທດພວມພັດທະນາ, ພິເສດແມ່ນຢູ່ເຂດທີ່ມີລະບົບສາທາລະນະສຸກອ່ອນແອ.

ຕອບກັບ

ຂ່າວ/ບົດ​ອື່ນ