ພິທີມອບຮັບຕຶກອາຄານສຳນັກງານລະຫວ່າງນະຄອນໂຮ່ຈິມີນແລະແຂວງຫົວພັນ

ພິທີມອບຮັບຕຶກອາຄານສຳນັກງານລະຫວ່າງນະຄອນໂຮ່ຈິມີນແລະແຂວງຫົວພັນ - ảnh 1
ທ່ານ ​ເລ​ຮ່ວາງກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມີນ
ພາບ:internet


(vovworld)- ຕອນ​ບ່າຍ​ວັນ​ທີ 21/5 ຢູ່​ແຂວງ​ຫົວພັນ, ທ່ານ ​ເລ​ ຮ່ວາງ ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມີນ ​ໄດ້​ມອບ​​ອາຄານ​ເຮັດ​ວຽກ​ໃຫ້​ແກ່​ແຂວງ ຫົວພັນ. ກ່າວ​ຄຳ​ເຫັນ​ນະ​ພິທີ​ມອບ​ຮັບ, ທ່ານ ​ເລ ຮ່ວາງ ກວນ ຢືນຢັນ​ວ່າ: ນີ້​ແມ່ນ​ຂອງຂວັນ​ຂອງ​ປະຊາຊົນ​ນະຄອນ​ໂຮ່ຈິ​ມີນ ມອບ​ໃຫ້​ແຂວງ ຫົວພັນ ​ເພື່ອ​ສ້າງ​ເງື່ອນ​ໄຂ​  ກາ​ນ​ເຮັດ​ວຽກ​ຢ່າງສະດວກ​​ໃຫ​​້​ແກ່​ບັນດາ​ພະ​ແນ​ກ, ຂະ​ແຫນງ​ການ​ໃນ​ແຂວງ, ປະກອບສ່ວນ​ເພີ່ມ​ທະວີ​ພື້ນຖານ​ໂຄງ​ລ່າງ​ໃຫ້​ແກ່​ແຂວງ​ຫົວພັນ ​ໃຫ້​ນັບ​ມື້​ນັບ​ສວຍ​ງາມ, ​ໃຫຍ່​ໂຕ​ໂອ​ຖົງ​ກວ່າ. ອາຄານ​​ແຫ່ງ​ນີ້ ລວມມີ 6 ຊັ້ນ, ປະກອບ​ດ້ວຍຫ້ອງ​ເຮັດ​ວຽກ 75 ຫ້ອງ ​ແລະ ຫ້ອງ​ປະຊຸມ 4 ຫ້ອງ ພ້ອມ​ກັບ​ເດີນ​​ກວ້າງກວ່າ 12.000 ​ຕາ​ແມັດ ດ້ວຍ​ຍອດ​ລາຍ​ຈ່າຍ​ກວ່າ 5 ລ້ານ USD.

 

 

 

 

 

ຂ່າວ/ບົດ​ອື່ນ