ພິທີມອບຮັບນາມມະຍົດ ວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ແກ່ວິທະຍຸກະຈາຍສຽງປົດປ່ອຍ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ສະເໜີການນໍາ ແລະ ໝູ່ພະນັກງານ, ນັກຂ່າວ, ບັນນາທິການ,ພາລະກອນຂອງວິທະຍຸກະຈາຍສຽງຫວຽດນາມ ຄວນບໍາລຸງສ້າງ, ຍົກສູງລະດັບຄວາມຮູ້ດ້ານທິດສະດີ, ວິຊາສະເພາະ, ຈັນຍາບັນ
ພິທີມອບຮັບນາມມະຍົດ ວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ແກ່ວິທະຍຸກະຈາຍສຽງປົດປ່ອຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ

ວັນທີ 7 ກັນຍາ, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດຕັ້ງພິທີມອບຮັບນາມມະຍົດ ວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ແກ່ ວິທະຍຸກະຈາຍສຽງປົດປ່ອຍ, ເຊິ່ງກົງກັບໂອກາດສະເຫຼີມສະຫຼອງ 73 ປີ ແຫ່ງວັນສ້າງຕັ້ງ ວິທະຍຸກະຈາຍສຽງຫວຽດນາມ (07/09/1945 – 07/09/2018). ນີ້ແມ່ນນາມມະຍົດ ເຊິ່ງພັກ, ລັດ ມອບໃຫ້ ເພື່ອແນໃສ່ຮັບຮູ້ບັນດາຜົນງານດີເລີດເປັນພິເສດ ແລະ ການປະກອບສ່ວນສໍາຄັນຂອງບັນດາພະນັກງານ,ນັກຂ່າວ, ພາລະກອນ ວິທະຍຸກະຈາຍສຽງປົດປ່ອຍ ລຸ້ນຕ່າງໆ ໃນສະໄໝຕໍ່ສູ້ກູ້ຊາດ ຕ້ານຈັກກະພັດ ອາເມລິກາ. ເຂົ້າຮ່ວມພິທີ ມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ.

        ກ່າວຄໍາເຫັນຊົມເຊີຍ ວິທະຍຸກະຈາຍສຽງປົດປ່ອຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບັນດາການປະກອບສ່ວນສໍາຄັນຂອງບັນດານັກຂ່າວ,ບັນນາທິການຂອງ ວິທະຍຸກະຈາຍສຽງປົດປ່ອຍ ລຸ້ນຕ່າງໆ ໃນຊຸມເດືອນປີຕໍ່ຕ້ານ. ທ່ານກ່າວວ່າ:

        “ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍຮັບຮູ້, ຕີລາຄາສູງ ຄຸນງາມຄວາມດີຂອງ ວິທະຍຸກະຈາຍສຽງປົດປ່ອຍ. ທີ່ພິທີໃນມື້ນີ້, ວິທະຍຸກະຈາຍສຽງຫວຽດນາມ ເປັນກຽດໄດ້ຮັບນາມມະຍົດ ອັນຊົງສູງສົ່ງ “ວິລະຊົນກໍາລັງປະກອບອາວຸດປະຊາຊົນ” ໃນສະໄໝຕໍ່ສູ້ກູ້ຊາດ ຕ້ານຈັກກະພັດ ອາເມລິກາ ຈາກລັດ. ໃນໂອກາດສະຫງ່າລາສີນີ້, ກ່ອນອື່ນໝົດ ແມ່ນນັກຮົບ 25 ຄົນ ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ຢູ່ສະໜາມຮົບ ໄດ້ເຮັດໃຫ້ຄື້ນກະຈາຍສຽງປົດປ່ອຍໄດ້ອອກອາກາດຢ່າງຕໍ່ເນື່ອງ, ເຂັ້ມແຂງ ແລະ ດັງກ້ອງໄປໄກ. ນີ້ກໍສະແດງໃຫ້ເຫັນ ຄວາມຮູ້ບຸນຄຸນຢ່າງສຸດຊື້ງ ສໍາລັບພະນັກງານ, ນັກຂ່າວ, ບັນນາທິການ, ໂຄສົກ, ນັກສິລະປິນ, ນັກເຕັກນິກ ສະໄໝຕ່າງໆ ກວ່າ  600 ຄົນ ຂອງວິທະຍຸກະຈາຍສຽງປົດປ່ອຍ ເຊິ່ງມີບັນດາການປະກອບສ່ວນສໍາຄັນ ໃຫ້ແກ່ພາລະກິດປະຕິວັດຂອງພັກ, ຂອງປະເທດຊາດ”.

        ທ່ານນາຍົກລັດຖະມົນຕີ ສະເໜີການນໍາ ແລະ ໝູ່ພະນັກງານ, ນັກຂ່າວ, ບັນນາທິການ,ພາລະກອນຂອງວິທະຍຸກະຈາຍສຽງຫວຽດນາມ ຄວນບໍາລຸງສ້າງ, ຍົກສູງລະດັບຄວາມຮູ້ດ້ານທິດສະດີ, ວິຊາສະເພາະ, ຈັນຍາບັນ; ມານະພະຍາຍາມສູ້ຊົນ ໃຫ້ກາຍເປັນໜຶ່ງໃນບັນດາອົງການສື່ມວນຊົນຫຼາຍຮູບການແຖວໜ້າຂອງພັກ ແລະ ລັດ. ທ່ານກ່າວຕື່ມອີກວ່າ:

        “ສືບຕໍ່ປ່ຽນແປງໃໝ່ວິທີເຮັດວຽກ, ຫັນເປັນທັນສະໄໝ, ນໍາໃຊ້ເຕັກໂນໂລຢີ ຂໍ້ມູນຂ່າວສານ ແລະ ການສື່ສານທີ່ທັນສະໄໝເຂົ້າໃນການຈັດຕັ້ງ, ຜະລິດເນື້ອໃນລາຍການ ແລະ ອອກອາກາດໄດ້ຢ່າງທັນການ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ວິສາຫະກິດ ແລະ ປະຕິບັດໜ້າທີ່ດ້ານການເມືອງ ທີ່ໄດ້ຮັບມອບໝາຍ ໃຫ້ນັບມື້ນັບດີກວ່າ. ບັນດານັກຂ່າວ, ບັນນາທິການຂອງວິທະຍຸກະຈາຍສຽງຫວຽດນາມ ຕ້ອງຍົກສູງນໍ້າໃຈ ແມ່ນນັກຮົບນໍາໜ້າໃນແນວຄິດດ້ານວັດທະນະທໍາ, ເປັນເຈົ້າການຢ່າງມີຫົວຄິດປະດິດສ້າງ, ມີຂ່າວ, ບົດທີ່ຫຼາຍຮູບຫຼາຍສີ, ຕິດແທດກັບຊີວິດສັງຄົມຕົວຈິງ ປະກອບສ່ວນທະວີຄູນ ບັນດາແບບຢ່າງວຽກດີຄົນເດັ່ນ, ຮູບແບບທີີ່ດີ, ວິທີເຮັດວຽກທີ່ດີ, ປະຕິບັດໜ້າທີ່ຕີລາຄາສັງຄົມ ໃຫ້ດີກວ່າອີກ, ປະກອບສ່ວນໃຫ້ແກ່ກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ”.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ວິທະຍຸກະຈາຍສຽງຫວຽດນາມ ກໍຄວນຍູ້ແຮງ ວຽກງານຖະແຫຼງຂ່າວການຕ່າງປະເທດ, ໃຫ້ຂ່າວຢ່າງພາວະວິໄສ, ຄົບຖ້ວນ, ທັນການ ກ່ຽວກັບບັນດາຜົນງານພັດທະນາເສດຖະກິດ-ສັງຄົມ, ປະກອບສ່ວນຍົກສູງພາບພົດປະເທດຊາດ, ຊາວຫວຽດນາມ ອອກສູ່ສາຍຕາເພື່ອນມິດສາກົນ.

ທ່ານນາຍົກລັດຖະມົນຕີ ກໍຂອບໃຈການໜູນຊ່ວຍ, ການຊ່ວຍເຫຼືອອັນລໍາຄ່າຂອງບັນດາອົງການສື່ມວນຊົນ, ລັດຖະບານບັນດາປະເທດ, ບັນດານັກຊ່ຽວຊານສາກົນ ສໍາລັບວິທະຍຸກະຈາຍສຽງຫວຽດນາມ, ວິທະຍຸກະຈາຍສຽງປົດປ່ອຍເວົ້າສະເພາະ ແລະບັນດາອົງການສື່ມວນຊົນ, ສື່ສານຫວຽດນາມເວົ້າລວມ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ