ພິທີລົງນາມຂໍ້ຕົກລົງສົມທົບກັນລະຫວ່າງຄະນະຂົນຂວາຍປະຊາຊົນສູນກາງແລະຄະນະຮັບຜິດຊອບວຽກງານພັກລັດຖະບານ

ພິທີລົງນາມຂໍ້ຕົກລົງສົມທົບກັນລະຫວ່າງຄະນະຂົນຂວາຍປະຊາຊົນສູນກາງແລະຄະນະຮັບຜິດຊອບວຽກງານພັກລັດຖະບານ - ảnh 1
ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສົມທົບ​ກັນ​ລະຫວ່າງ​ຄະນະ​ຂົນຂວາຍ​
ປະຊາຊົນ​ສູນ​ກາງ ​ແລະ ຄະນະ​ຮັບຜິດຊອບ​ວຽກງານ​ພັກລັດຖະບານ
(ພາບ: VGP)

(vovworld) - ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສົມທົບ​ກັນ​ລະຫວ່າງ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ​ແລະ ຄະນະ​ຮັບຜິດຊອບ​ວຽກງານ​ພັກລັດຖະບານ ຖືກ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 11/10 ຢູ່​ສຳນັກງານ​ລັດຖະບານ, ​ເພື່ອ​ແນ​ໃສ່​ປະຕິບັດ​ການ​ຍົກ​ສູງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂອງ​ອົງການ​ແຫ່ງ​ລັດ​ທຸກ​ຂັ້ນ​ຢ່າງ​ມີ​ປະສິດທິ​ຜົນ. ​ເລື່ອງ​ປະຕິບັດ​​ແຜນການ​ສົມທົບ​ກັນ ຈະ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ພັກກອມ​ມູນິດ ຫວຽດນາມ ຢ່າງ​ໝັ້ນຄົງ,​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ ​ແລະ ການ​ພົວພັນ​ລະຫວ່າງ​ພັກ​ກັບ​ປະຊາຊົນ; ​ເຕົ້າ​ໂຮມ, ຂົນຂວາຍ​ປະຊາຊົນ​ປະຕິບັດ​ບັນດາ​​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ​ເປັນ​ຢ່າງ​ດີ; ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ໃຫຍ່​ຫລວງ​ຂອງປະ​ຊາ​ຊົນ​, ກາຍ​ເປັນ​ຂະ​ບວນການ​ປະຕິວັດ​ກ້ວາງ​ໃຫຍ່ ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ