ພິທີລົງນາມບົດບັນທຶກຊ່ວຍຈຳລະຫວ່າງກະຊວງພາຍໃນຫວຽດນາມ ແລະ ລາວ

ພິທີລົງນາມບົດບັນທຶກຊ່ວຍຈຳລະຫວ່າງກະຊວງພາຍໃນຫວຽດນາມ ແລະ ລາວ - ảnh 1
ກະຊວງ​ພາຍ​ໃນ​ຫວຽດນາມ
( ພາບປະກອບ )


( vovworld ) -   ຕອນ​ເຊົ້າ​ວັນ​ທີ 18/6, ຢູ່​ຮ່າ​ໂນ້ຍ, ກະຊວງ​ພາຍ​ໃນ​ຫວຽດນາມ ​ໄດ້​ຈັດ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກັບ​ກະຊວງ​ພາຍ​ໃນ ສປປລາວ. ​ເຊິ່ງຕາມ​ນັ້ນ​ແລ້ວ, ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຕົ້ນ​ຕໍ່​ລະຫວ່າງກະຊວງ​ພາຍ​ໃນລາວ ​ແລະ ກະຊວງ​ພາຍ​ໃນ​ຫວຽດນາມ ຜ່ານ​ການ​​ແລກປ່ຽນ​ຄະນະຜູ້​ແທນ; ຈັດ​ຕັ້ງ​ກອງ​ປະຊຸມສຳມະ​ນາ​ສອງ​ຝ່າຍ; ສົມທົບ​ກັບ​ບັນດາ​ຫົວ​ໜ່ວຍ​ໃນ​ກະຊວງ, ຈັດ​ຕັ້ງ​ການ​ບຳລຸງຄວານ​ຮູ້​ດ້ານການຄຸ້ມ​ຄອງ​​ລັດ​ສົບ​ທົບ​ກັບການຢ້ຽມຢາມ​ ​ແລະ ທັດສະນະ​ຕົວ​ຈິງ​ໃຫ້​ແກ່​ພະນັກງານຂັ້ນ​ແຂວງ ​ແລະ ​​ເມືອງ​ຂອງ​ລາວ; ສົ່ງ​ຜູ້ຊ່ຽວຊານ​ໄປ​ເຮັດ​ວຽກຢູ່​ລາວ. ຜ່ານ​ບົດ​ບັນທຶກ​ຊ່ວຍ​ຈຳ ຈະ​ສືບ​ຕໍ່​ກຳນົດ​ທິດ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ​ແລະ ກຳນົດ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມືຢ່າງ​ລະອຽດ, ​ແທດ​ຈິງ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສອງ​ຝ່າຍ. ກ່າວຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ Nguyen Thai Binh ​ໄດ້​ຢືນຢັນ​ວ່າ; ບົດ​ບັນທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ປີ 2012 ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ວຽກງານ​ລະຫວ່າງ​ສອງ​ກະຊວງ; ປະ​ກອບ​ສ່ວນ​​ເຮັດ​ໃຫ້ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ດີງາ​ມກວ່າ.

ຂ່າວ/ບົດ​ອື່ນ