ພິທີລົງນາມຮ່ວມມືໂຄສະນາສຶກສາອາຊີບໄລຍະ 2018 – 2020

(VOVWORLD) -ຕອນບ່າຍວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີລົງນາມໃນຂໍ້ຕົກລົງຮ່ວມມືລາຍການຖະແຫຼງຂ່າວ, ໂຄສະນາການສຶກສາອາຊີບໄລຍະ 2018 – 2020 ລະຫວ່າງກົມໃຫຍ່ສຶກສາອາຊີບ (ສັງກັດ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ) ແລະ ໂທລະພາບດີຈີຕອນ VTC (ສັງກັດວິທະຍຸກະຈາຍສຽງຫວຽດນາມ).

ພິທີລົງນາມຮ່ວມມືໂຄສະນາສຶກສາອາຊີບໄລຍະ 2018 – 2020 - ảnh 1 ພິທີລົງນາມຮ່ວມມືໂຄສະນາສຶກສາອາຊີບໄລຍະ 2018 – 2020

(ພາບ: qndn)

ຕາມນັ້ນແລ້ວ, VTC ໜູນຊ່ວຍກົມໃຫຍ່ສຶກສາອາຊີບ ໂຄສະນາກ່ຽວກັບການສຶກສາອາຊີບ ໃນຄື້ນຂອງ VTC ແລະ ບັນດາຄື້ນອື່ນໆຂອງ VOV, ໃນນັ້ນຕົ້ນຕໍ່ແມ່ນຊ່ອງ VTC 2. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ VOV ຢືນຢັນວ່າ, ໃນຊຸມປີຜ່ານມາ VOV ໄດ້, ພວມ ແລະ ສືບຕໍ່ຊຸມໃສ່ໂຄສະນາກ່ຽວກັບຂົງເຂດສຶກສາອາຊີບໃນທຸກຊ່ອງກະຈາຍສຽງ, ໂທລະພາບ, ໜັງສືພິມ, ສື່ເອເລກໂຕນິກຂອງວິທະຍຸ. ໃນນັ້ນສ້າງຊ່ອງໂທລະພາບ VTC 2 ໃຫ້ກາຍເປັນຊ່ອງສະເພາະກ່ຽວກັບການສຶກສາອາຊີບ - ສອນວິຊາຊີບ.

        “ຂ້າພະເຈົ້າກໍ່ປາດຖະໜາວ່າ VTC 2 ສຸມໃສ່ເຂົ້າໃນວຽກງານສອນວິຊາຊີບ, ເຮັດແນວໃດໃຫ້ປະຊາຊົນ, ໂດຍສະເພາະແມ່ນໄວໜຸ່ມປ່ຽນແປງຄວາມຮັບຮູ້ ເພື່ອໃຫ້ສ້າງອາຊີບ, ສ້າງຄວາມຮັ່ງມີດ້ວຍຕົນເອງ. ສຳລັບ VOV ແລ້ວ, ພວກຂ້າພະເຈົ້າຈະຊີ້ນຳໃຫ້ໂທລະພາບ VTC ສົມທົບກັບກົມໃຫຍ່ສຶກສາອາຊີບ, ບັນດາຫົວໜ່ວຍອື່ນຂອງ VOV ກໍ່ຈະສືບຕໍ່ສົມທົບກັບບັນດາຫົວໜ່ວຍຂອງກະຊວງໃນຂົງເຂດວຽກງານຕ່າງໆ, ເພື່ອໃຫ້ພວກເຮົາຊ່ວຍເຫຼືອເຊິ່ງກັນ ແລະ ກັນປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ”.

ຕອບກັບ

ຂ່າວ/ບົດ​ອື່ນ