ພິທີລົງນາມໂຄສະນາເຜີຍແຜ່ລະຫວ່າງແນວໂຮມປະເທດຊາດກັບ3ອົງ​ການ​ສື່​ມວນ​ຊົນ

ພິທີລົງນາມໂຄສະນາເຜີຍແຜ່ລະຫວ່າງແນວໂຮມປະເທດຊາດກັບ3ອົງ​ການ​ສື່​ມວນ​ຊົນ - ảnh 1
ທ່ານ​ປະ​ທານ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ລົງ​ນາມ

(vovworld) – ​​ ​ພິ​ທີ​ລົງ​ນາມ​ໂຄ​ສະ​ນາເຜີຍ​ແຜ່​ລະ​ຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ​ ກັບ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ໂທ​ລະ​ພາບ​ຫວຽດ​ນາມ​ ແລະ​ ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 8/4, ຢູ່ ຮ່າ​ໂນ​້ຍ ເພື່ອ​ແນ​ໃສ່​ສົມ​ທົບ​ກັນ​ໂຄ​ສະ​ນາ​ເຜີຍ​ແຜ່​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາ​ຍ​ຂອງ​ລັດ, ໂຄງ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ກ່ຽວ​ກັບ​ການ​ສ້າງ​ສາ ແລະ ຜັນ​ຂະ​ຫຍາຍ​ກຳ​ລ​ັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ. ພິ​ເສດ, ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ 3 ອົງ​ການ​ສື່​ມວນ​ຊົນ​ສົມ​ທົບ​ກັນ​ຍູ້​ແຮງ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​​ລະ​ບຽບການ​ຕິດ​ຕາມກວດ​ກາ ແລະ ໄຈ້​ແຍກ​ຕີ​ລາ​ຄາ​ສັງ​ຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ບັນ​ດາ​​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ການ​ເມືອງ - ສັງ​ຄົມ, ກຳ​ນົດ​ກ່ຽວ​ກັບ​ເລື່ອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ບັນ​ດາ​ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນການ​ເມືອງ - ສັງ​ຄົມ ແລະ ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ການ​ປະ​ກອບ​​ຄວາມ​ເຫັນກໍ່​ສ້າງ​ພັກ, ກໍ່​ສ້າງ​ອຳ​ນາດ​ການ​ປົກ​ຄອງ, ໂຄ​ສະ​ນາ​ເຜີຍ​ແຜ່​ບັນ​ດາ​ລາຍ​ການ​ຕິດ​ຕາມກວດ​ກາ​ຂອງ​ແນວ​ໂຮມ​ຄື: ໂຄງ​ການກວດ​ກາ​ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​​ແກ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ບັນ​ດາ​ຮາກ​ຖານ​ສາ​ທາ​ລະ​ນະ​ສຸກ​ເອ​ກະ​ຊົນ…


ຂ່າວ/ບົດ​ອື່ນ