ພິທີລົງນາມໃນກົດລະ ບຽບສົມທົບໃນການ ຄຸ້ມຄອງ,ບໍລິຫານ ເສດຖະກິດມະຫາພາກ


ພິທີລົງນາມໃນກົດລະ ບຽບສົມທົບໃນການ ຄຸ້ມຄອງ,ບໍລິຫານ ເສດຖະກິດມະຫາພາກ - ảnh 1
(ພາບ:vov)

(vovworld) - ຕອນ​ເຊົ້າ​ວັນ​ທີ 1/12, ຢູ່ຮ່າ​ໂນ້ຍ, ​ໄດ້ດຳ​ເນີນ​ພິທີ​ລົງ​ນາມ​ໃນ​​ກົດ​ລະບຽບ​ສົມທົບ​​ໃນ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ເສດຖະກິດ​ມະຫາ​ພາກ ລະຫວ່າງ​ກະຊວງ​ແຜນການ ​ແລະ ການລົງທຶນ, ກະຊວງ​ການ​ເງິນ, ກະຊວງ​ອຸດສາຫະກຳ-ການ​ຄ້າ ​ແລະ​ ທະນາຄານ​ແຫ່ງ​ລັດ. ທ່ານ​ນາຍົກລັດຖະມົນ ຕີຫວຽດນາມ ຫງວຽນ​ເຕິນຢຸງ ​ແລະ ບັນດາ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ທ່ານ​ຫງວຽນ​ຊວນ​ຟຸກ, ທ່າ​ນຮ່ວາງ​ຈຸ​ງຫາຍ, ທ່ານ​ຫວູວັນ​ນິງ, ທ່ານຫວູດຶກ​ດາມ ​ແລະ ທ່ານ​ຟ້າ​ມບິງ​ມິ​ງ ​ໄດ້​​ເປັນສັກຂີ​ພິຍານ​ພິທີ​ລົງ​ນາມ​​ດັ່ງກ່າວ. ວັນ​ທີ 6/8/2013, ທ່ານນາຍົກລັດຖະມົນຕີຫວຽດນາມ ​ໄດ້​ປະກາດ​ຂໍ້​ຕົກລົງ​ອະນຸມັດ​​ແຜນ​ຮ່າງ​ປະຕິ​ຮູບກົນ​ໄກ​ການ​ສົມທົບ, ການ​ຄຸ້ມ​ຄອງ ​ແລະ ການ​ບໍລິຫານ​ເສດຖະກິດ​ມະຫາ​ພາກ, ​ໃນ​ນັ້ນມອບ​ໃຫ້​ກະຊວງ​ແຜນການ ​ແລະ ລົງທຶນ​ ​ເປັນ​​ເຈົ້າພາບ​ສົມທົບ​ກັບ​ກະຊວງ​ການ​ເງິນ, ກະຊວງ​ອຸດສາຫະກຳ-ການ​ຄ້າ ​ແລະ ທະນາຄານ​ແຫ່ງ​ລັດ​ສ້າງ, ​ປະກາ​ດ​ໃຊ້ ​ແລະ ຈັດ​ຕັ້ງ​ການ​ປະຕິບັດ​ກົດ​ລະບຽບ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ເສດຖະກິດ​ມະຫາ​ພາກ. ນີ້​ແມ່ນ​ຂໍ້​ອ້າງ​ອີງ​ສຳຄັນ ​ເພື່ອ​​ໃຫ້ບັນດາ​ກະຊວງ​ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່​ໄດ້​ຮັບ​ການມອບ​ໝາຍ ໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ຂົງ​ເຂດ​​ງົບປະມານ, ເງິນຕາ, ການ​ລົງທຶນ, ການ​ຄ້າ ​ແລະ ລາຄາ.

ຂ່າວ/ບົດ​ອື່ນ